ລົງປູກຈິດສຳນຶກຕ້ານຢາເສບຕິດຢູ່ໂຮງຮຽນສິນໄຊ

  ວັນທີ 3 ກຸມພາ 2021 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຈັດກິດຈະກຳເລົ່າສິນລະທໍາ ເປັນຄາຖາເພື່ອປູກຈິດສຳນຶກຕ້ານຢາສູບ ແລະ ຢາເສບຕິດທຸກຊະນິດ ພ້ອມທັງໃຄຳເຫັນ ແລະ ສຳນຶກບຸນຄຸນພໍ່ແມ່ ຄູບາອາຈານຜູ້ມີພະຄຸນ ແລະ ມອບອຸປະກອນການສຶກສາໃຫ້ນັກຮຽນໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສິນໄຊເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊ ຄະນະອຳນວຍການ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ 1.467ຄົນ.

     ສຳລັບການຈັດກິດຈະກຳຄັ້ງນີ້ ໄດ້ມອບລາງວັນໃຫ້ຜູ້ທີ່ເລົ່າຄາຖາໄດ້ລ່ຽນດີ ລົດຖີບ 1 ຄັນ ທີ່ໄດ້ຮັບການສະໜັບສະໜູນຈາກທ່ານ ທະວີສຸກ ແລະ ທ່ານນາງ ເກດແກ້ວ ສີສຸລິດ ບ້ານທ່າພະລານໄຊ ເມືອງສີສັດຕະນາກ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!