ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ໃຫ້ສຳພາດວັນທີ 3 ກຸມພາ 2020 ວ່າ: ພາຍຫຼັງໄດ້ຮັບຄຳສັ່ງ ແຈ້ງການເພື່ອກະກຽມໃຫ້ແກ່ວຽກງານການເລືອກຕັ້ງ ປັດຈຸບັນ ທົ່ວເມືອງໄດ້ມີການຈັດຕັ້ງຜັນຂະຫຍາຍ ໂດຍໄດ້ອອກແຈ້ງການ ແລະ ຄຳສັ່ງທີ່ຕິດພັນກັບວຽກງານດັ່ງກ່າວ ເປັນຕົ້ນແມ່ນການເກັບກຳບັນຊີເປົ້າໝາຍຜູ້ທີ່ມີສິດປ່ອນເລືອກຕັ້ງ ແລະ ສາມາດສັງລວມໄດ້ ຜູ້ມີໜ້າທີ່ຈະປ່ອນບັດຕົວຈິງ 54.241 ຄົນ ຍິງ 28.723 ຄົນ ເຊິ່ງໄດ້ແບ່ງອອກເປັນ 74 ໜ່ວຍເລືອກຕັ້ງ ໃນນີ້ ລວມທັງກົມກອງ ແລະ 2 ກອງບັນຊາການ ພາຍຫຼັງເກັບກຳຈຳນວນຜູ້ມີສິດປ່ອນບັດເລືອກແລ້ວ ກໍໄດ້ກະກຽມໃຫ້ແຕ່ລະໜ່ວຍເລືອກຕັ້ງ ໂດຍກຳນົດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບໃນການປ່ອນບັດ ແຕ່ລະໜ່ວຍເລືອກຕັ້ງປະກອບມີຄະນະຮັບຜິດຊອບ 15 ທ່ານ ຄົບຕາມ 3 ໜ້າວຽກຫຼັກ ໃນນີ້ ຈະມີຄະນະຮັບຜິດຊອບຊີ້ນຳຢູ່ໃນແຕ່ລະໜ່ວຍ 5 ທ່ານ ຄະນະກຳມະການເຮັດຕົວຈິງ ໂດຍຈະລົງເລິກການນັບຄະແນນ 5 ທ່ານ ຮັບຜິດຊອບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 5 ທ່ານ ນອກຈາກນີ້ ກໍໄດ້ຈັດເຝິກອົບຮົມໃຫ້ແກ່ຄະນະຮັບຜິດຊອບ ຄະນະຊີ້ນຳໄດ້ສຳເລັດ.

ນອກຈາກນີ້ ກໍໄດ້ຊີ້ນຳໃຫ້ແກ່ຄະນະຮັບຜິດຊອບ ຄະນະພັກ ຄະນະປະຈຳທີ່ຊີ້ນຳຢູ່ແຕ່ລະກຸ່ມບ້ານ ນຳພາຈັດຕັ້ງ ເຜີຍແຜ່ເຊື່ອມຊຶມຢູ່ແຕ່ລະບ້ານ ໂດຍສຸມໃສ່ໜ່ວຍເລືອກຕັ້ງທີ່ໄດ້ກຳນົດໄວ້ນັ້ນ ປັດຈຸບັນ ການຈັັດຕັ້ງໂຄສະນາເຜີຍແຜ່ ເຊື່ອມຊຶມເອກະສານ ແຈ້ງການ ຄຳສັ່ງຂອງຂັ້ນເທິງ ແມ່ນໄດ້ສຳເລັດເປັນສ່ວນໃຫຍ່ ແລະ ສຸມໃສ່ກຳນົດຈຸດເພື່ອໃຫ້ຄະນະຜູ້ແທນ ສສຊ ແລະ ສສ ນວ ເພື່ອລົງໂຄສະນາຫາສຽງ ເຊິ່ງຂະບວນການດັ່ງກ່າວ ຈະເລີ່ມເຄື່ອນໄຫວວັນທີ 9 ນີ້ເປັນຕົ້ນໄປ ໃນນີ້ ສສຊ ທີ່ຈະລົງຫາສຽງໃນເມືອງນາຊາຍທອງ ແບ່ງອອກເປັນ 4 ຈຸ ພ້ອມກັນນັ້ນ ສສ ນວ ກໍຈະໄດ້ລົງໂຄສະນາຫາສຽງຢູ່ເມືອງນາຊາຍທອງເຊັ່ນດຽວກັນ.
ເພື່ອກ້າວເຂົ້າສູ່ການເລືອກຕັ້ງໃນວັນທີ 21 ກຸມພານີ້ ເພື່ອຮັບປະກັນທາງດ້ານຈຳນວນຂອງຜູ້ທີສິດປ່ອນບັດເລືອກຕັ້ງໃຫ້ມາໃຊ້ສິດຂອງຕົນ ເພື່ອຮັບປະກັນໃຫ້ໄດ້ 100% ສະນັ້ນ ຄະນະຮັບຜິດຊອບຍັງສືບຕໍ່ໃຫ້ແຕ່ລະບ້ານ ກຸ່ມບ້ານ ໂຄສະນາແນວທາງຂອງພັກ-ລັດໃຫ້ຫຼາຍຂຶ້ນ ແລະ ຕໍ່ເນື່ອງຈົນຮອດມື້ທີ່ຈະປ່ອນບັດຕົວຈິງ ດ້ວຍຫຼາຍຊ່ອງທາງເຊັ່ນ ໂທລະໂຄ່ງຂອງບ້ານ ເຊິ່ງການໂຄສະນາດັ່ງກ່າວ ເປັນການກະຕຸ້ນຂະບວນການປ່ອນບັດເລືອກຕັ້ງ ເຮັດໃຫ້ພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງໄດ້ໃຊ້ສິດຂອງຕົນເອງ ໂອກາດນີ້ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຜູ້ມີສິດໃນການປ່ອນບັດເລືອກຕັ້ງ ອຳນາດການປົກຄອງທ້ອງຖິ່ນ ກໍຄືຄະນະຮັບຜິດຊອບແຕ່ລະໜ່ວຍເລືອກຕັ້ງ ໃຫ້ເອົາໃຈໃສ່ສືບຕໍ່ໂຄສະນາຢ່າງແຂງແຮງ ແລະ ທົ່ວເຖິງ ພ້ອມທັງຄົ້ນຄວ້າພິຈາລະນາເພື່ອເລືອກເອົາຜູ້ແທນທີ່ຈະເປັນຕົວແທນຂອງປະຊາຊົນຢ່າງແທ້ຈິງ ສະນັ້ນ ເພື່ອຢາກໄດ້ຕົວແທນທີ່ມີຄຸນນະພາບ ແລະ ຮັບປະກັນ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ ຈົ່ງພ້ອມກັນມາໃຊ້ສິດຂອງຕົນເອງເພື່ອເລືອກເອົາຜູ້ແທນຕາມຄວາມຫວັງ ແລະ ເປັນບຸກຄົນທີ່ມີຄວາມຮູ້ ຄວາມສາມາດ ເຮັດແທ້ທຳຈິງ ແລະ ຫວັງວ່າ ຜູ້ທີມີສິດໃນທົ່ວເມືອງຈະໄດ້ມາໃຊ້ສິດຂອງຕົນໃນວັນທີ 21 ທີ່ຈະມາເຖິງ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ