ດັ່ງທີ່ຮູ້ນໍາກັນແລ້ວວ່າ ລະບົບໄຟອໍານາດຢູ່ໃນນະຄອນຫຼວງວຽງຈັນ ບາງຈຸດກໍ່ສາມາດໃຊ້ງານໄດ້ປົກກະຕິ ແລະ ບາງຈຸດກໍມີການເປ່ເພ ບໍ່ສາມາດໃຊ້ງານໄດ້ ເຮັດໃຫ້ການຈໍລະຈອນສັບສົນ ຕໍ່ກັບສະພາບການທີ່ກ່າວມານັ້ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ກໍໄດ້ເລັ່ງສ້ອມແປງບັນດາຈຸດໄຟອໍານາດທີ່ມີການເປ່ເພ ສະເພາະໃນວັນທີ 3 ກຸມພາ 2021 ວິຊາການຫ້ອງການ ຄບຕ ສ້ອມແປງລະບົບໄຟອໍານາດຕະຫຼາດທົ່ງຂັນຄໍາ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອໃຫ້ສາມາດໃຊ້ງານໄດ້ປົກກະຕິ.
ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສໍາພາດວັນທີ 3 ກຸມພາ 2021 ທີ່ໄຟອໍານາດທົ່ງຂັນຄໍາວ່າ: ເພື່ອເຮັດໃຫ້ການຈໍລະຈອນຕາມທ້ອງຖະໜົນມີຄວາມສະດວກສະບາຍ ແລະ ຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ໄລຍະຜ່ານມາ ຫ້ອງການ ຄບຕ ກໍໄດ້ເອົາໃຈໃສ່ລົງຕິດຕາມກວດກາໄຟອໍານາດຕາມຈຸດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ຈຸດໃດທີ່ເປ່ເພແມ່ນໄດ້ສ້ອມແປງ ຫຼື ປ່ຽນອຸປະກອນທີ່ບໍ່ສາມາດໃຊ້ງານໄດ້ອອກ ເພື່ອເຮັດໃຫ້ສາມາດໃຊ້ງານໄດ້ປົກກະຕິ ສະເພາະຢູ່ລະບົບໄຟອໍານາດຕະຫຼາດທົ່ງຂັນຄໍາ ຜ່ານການກວດເບິ່ງ ເຫັນວ່າລະບົບເກົ່າເສື່ອມ ລະບົບຊອບແວບໍ່ສາມາດປັບເວລາໄດ້ ເນື່ອງຈາກວ່າຜູ້ຕິດຕັ້ງເປັນວິຊາການຈາກຕ່າງປະເທດ ດັ່ງນັ້ນ ການສ້ອມແປງຈຶ່ງໄດ້ປ່ຽນລະບົບແລະ ອຸປະກອນໃໝ່ຄົບຊຸດ ໂດຍນໍາໃຊ້ລະບົບຂອງວິສະວະກໍາເອເລັກໂຕຣນິກ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮ່ວມມືກັນ ໃນນີ້ ໄດ້ຂຽນລະບົບຊອບແວໃໝ່ ເຊິ່ງລະບົບດັ່ງກ່າວໄດ້ຕິດຕັ້ງທົດລອງຢູ່ຈຸດໄຟອໍານາດໂພນທັນ ແລະ ໄຟອໍານາດເຂດເສດຖະກິດພິເສດ ເຫັນວ່າໃຊ້ງານໄດ້ດີ ນອກຈາກນີ້ ຍັງຈະໄດ້ເລັ່ງສືບຕໍ່ສ້ອມແປງໄຟອໍານາດສະໜາມບິນວັດໄຕ ໄຟອໍານາດດົງໜ້ຽງ ໄຟອໍານາດຊ້າງເຜືອກ ແລະ ຈຸດອື່ນໆອີກໃນທົ່ວນະຄອນຫຼວງວຽງຈັນໃຫ້ສໍາເລັດ ສາມາດໃຊ້ງານໄດ້ປົກກະຕິໃນໄວໆນີ້.
# ຂ່າວ & ພາບ: ຂັນທະວີ