ຂະແໜງການເງິນ ປະຕິບັດລາຍຮັບງົບປະມານໄດ້ 22.619 ຕື້ກີບ

    ກະຊວງການເງິນ ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຂຶ້ນວັນທີ 4 ກຸມພາ 2021ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີບັນດາຮອງລັດຖະມົນຕີ ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີ ແລະ ລາຍງານຫຼາຍຫົວຂໍ້ທີ່ສໍາຄັນ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ເປັນຕົ້ນ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນງົບປະມານແຫ່ງລັດປະຈໍາປີ 2021 ສະເໜີແຜນການພັດທະນາຂະແໜງການເງິນ ໄລຍະ 5 ປີ (2021-2025) ແລະ ແຜນວຽກຈຸດສຸມປີ 2021 ແລະ ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ ວຽກງານຈຸດສຸມໃນການຄຸ້ມຄອງວຽກງານໃນຂົງເຂດຕ່າງໆທີ່ກ່ຽວຂ້ອງກັບວຽກງານການເງິນ ງົບປະມານ ເຊັ່ນ: ວຽກງານງົບປະມານ ຄັງເງິນ ວຽກສ່ວຍສາອາກອນ  ພາສີ  ວຽກງານຄຸ້ມຄອງຊັບສິນຂອງລັດ  ແລະ  ສະເໜີນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ໃຫ້ກອງປະຊຸມປະກອບຄໍາຄິດຄໍາເຫັນ ພ້ອມນັ້ນ ຍັງໄດ້ປຶກສາຫາລືບັນຫາສຳຄັນຈໍານວນໜຶ່ງທີ່ຕິດພັນກັບວຽກງານກວດສອບແຫ່ງລັດ ແລະ ວຽກກວດກາ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດຍິ່ງຂຶ້ນ.

​                           # ຂ່າວ & ພາບ: ລັດເວລາ

error: Content is protected !!