ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ຕິດພັນກັບການປູກຈິດສໍານຶກ ນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ຮັກທ່ານຜູ້ນໍາໃຫ້ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ສະໄໝທີ 8 ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມເມືອງ ພະແນກການ ໂຮງຮຽນເອກະລາດ ອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ຍສະມາຊິກຊາວໜຸ່ມ-ເຍົາວະຊົນ ໄດ້ຈັດຕັ້ງກັນເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ພ້ອມທັງທັດສະນະສຶກສາຫໍພິພິຕະພັນດັ່ງກ່າວ ໃນວັນທີ 3 ກຸມພາ ຫາ 18 ມີນາ 2021 ນໍາໂດຍທ່ານ ອະນຸສອນ ວົງຄໍາສອນ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ເຊິ່ງມີບັນດາຄະນະຊາວໜຸ່ມເມືອງ 9 ຕົວເມືອງ ພະແນກການ ແລະ ໂຮງຮຽນເອກະລາດ 54 ພາກສ່ວນ ມີສະມາຊິກຊາວໜຸ່ມ ແລະ ເຍົາວະຊົນທັນວາເຂົ້າຮ່ວມ 1.247 ກວ່າຄົນ ທັງນີ້ກໍເພື່ອເປັນການປູກຈິດສໍານຶກ ປຸກລະດົມຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ພ້ອມທັງເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດທີ່ແສນເຄົາລົບຮັກ ແລະ ຫວງແຫນຂອງພວກເຮົາ ຜ່ານການຕໍ່ສູ້ເສຍສະຫຼະເລືອດເນື້ອຂອງບັນດາທ່ານຜູ້ນໍາພັກ-ລັດຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ດ້ວຍຄວາມທຸກຍາກລໍາບາກ ຈົນສາມາດເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ສັນລະເສີນຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າໃຫ້ຄົງຢູ່ຕະຫຼອດໄປ.
# ຂ່າວ & ພາບ: ວຽງມາ