ປື້ມ “ບົດບາດຂອງອົງການລຸ່ມແມ່ນໍ້າ ໃນວຽກງານການທູດເທິງນ່ານນໍ້າ” (River Basin Organiza- tions in Water Diplomacy) ໄດ້ຕີພິມຕົ້ນປີ 2021 ເປັນປຶ້ມລະດັບສາກົນ ກ່ຽວກັບການຮ່ວມມືການຄຸ້ມຄອງນ້ຳແບບການທູດ ເຊິ່ງຂຽນໂດຍວິຊາການ ແລະ ຊ່ຽວຊານທີ່ມີຊື່ສຽງໃນວົງການ ການຮ່ວມມືນ່ານນໍ້າ ແລະ ການທູດຈາກຫຼາຍປະເທດໃນໂລກ ນຳພາໂດຍທ່ານ ອານຸລັກ ກິດຕິຄຸນ ຫົວໜ້າຍຸດທະສາດ ແລະ ການຮ່ວມມື ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC).

ປະເທດຕ່າງໆໃນໂລກ ລ້ວນແຕ່ໃຊ້ຊັບພະຍາກອນນໍ້າຮ່ວມກັນ ເປັນຕົ້ນແມ່ນ້ຳນາຍ ໃນທະວີບອາຟຣິກາ ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນຫຼາຍກວ່າ 100 ລ້ານຄົນ ແມ່ນໍ້າດານູບ ທີ່ໄຫຼຜ່ານ 19 ປະເທດໃນເອີຣົບ ຫຼື ແມ່ນໍ້າຂອງ ທີ່ໄຫຼຜ່ານ 6 ປະເທດ ລວມທັງ ສປປ ລາວ ການນໍາໃຊ້ນໍ້າທີ່ບໍ່ຍືນຍົງ ການກັກນໍ້າເພື່ອການກະເສດ ແລະ ອື່ນໆ ເປັນປັດໄຈທີ່ກໍ່ໃຫ້ເກີດການຂັດແຍ່ງລະຫວ່າງປະເທດ ທີ່ໄດ້ຜົນປະໂຫຍດຈາກແມ່ນໍ້າສາຍດຽວກັນ.

ທ່ານ ອານຸລັກ ກິດຕິຄຸນ ກ່າວວ່າ: ບັນດາລັດຖະບານ ລ້ວນແຕ່ມີທ່າອ່ຽງທີ່ຈະຮ່ວມມືກັນ ແລະ ປັດໄຈຕົ້ນຕໍໃນການບັນລຸຄວາມສະຖຽນລະພາບຂອງບັນດາປະເທດລຸ່ມແມ່ນໍ້າ ແມ່ນການປະຕິບັດແຜນງານດ້ານສະຖາບັນ ໂດຍສະເພາະບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ (RBO) ພວກເຮົາຫວັງວ່າປື້ມດັ່ງກ່າວ ຈະສ້າງແຮງບັນດານໃຈໃຫ້ບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ແລະ ຄູ່ຮ່ວມມືໃນການແລກປ່ຽນຄວາມຮູ້ ສ້າງຄວາມເຂັ້ມແຂງ ແກ້ໄຂຈຸດອ່ອນ ແລະ ຫຼຸດຊ່ອງຫວ່າງຕ່າງໆ ເພື່ອຮັບໃຊ້ບັນດາປະເທດ ແລະ ຊຸມຊົນທີ່ອາໄສຢູ່ຕິດກັບແມ່ນໍ້າໃນທົ່ວໂລກໃຫ້ດີຂຶ້ນ.

ທ່ານ ອານຸລັກ ກິດຕິຄຸນ ຈົບປະລິນຍາເອກດ້ານວິທະຍາສາດການເມືອງຈາກ ສ ອາເມຣິກາ ແລະ ມີປະສົບການເຮັດວຽກການຄຸ້ມຄອງນໍ່າແບບການທູດຫຼາຍກວ່າ 10 ປີ ແລະ ທ່ານ ຊູຊານ ຊະໄມເອີ ຮອງສາດສະດາຈານຊາວເຢຍລະມັນ ທີ່ສະຖາບັນ IHE Delft ຜູ້ດັດແກ້ປຶ້ມຫົວນີ້ ໄດ້ກ່າວໃນພິທີນໍາສະເໜີປຶ້ມດັ່ງກ່າວ ຜ່ານການຖ່າຍທອດສົດທາງເຟສບຸກ ວ່າ: ສະພາບການທີ່ແຕກຕ່າງກັນໃນຂົງເຂດ ແລະ ຄວາມຫຼວງຫຼາຍຂອງສາຍແມ່ນໍ້າ ລ້ວນແຕ່ສົ່ງຜົນຕໍ່ວິທີການເຮັດວຽກຂອງບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ເຊິ່ງປັດໄຈຕ່າງໆ ໄດ້ແກ່ສະພາບເງື່ອນໄຂດ້ານວັດຖຸ ແລະ ອຸທົກກະສາດ ນັບແຕ່ແມ່ນໍ້າເຂດແຫ້ງແລ້ງ ເຖິງເຂດທີ່ມີຄວາມອຸດົມສົມບູນ ການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງພາກພື້ນ (ຈາກພາກພື້ນທີ່ທຸກຍາກ ເຊັ່ນ: ພາກກາງ ແລະ ພາກຕາເວັນຕົກຂອງອາຟຣິກາ ເຖິງເຂດທີ່ພັດທະນາຢ່າງໄວວາ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້ ເອີຣົບ ແລະ ອາເມຣິກາ) ແລະ ຂະໜາດ/ອໍານາດ/ອິດທິພົນຂອງປະເທດ ແລະ ຜົນປະໂຫຍດພາຍນອກ.

ປື້ມ River Basin Organizations in Water Diplomacy ໄດ້ຮັບການຕອບ-ຮັບຢ່າງດີ ຈາກຜູ້ຊ່ຽວຊານ ແລະ ນັກສັງເກດການທົ່ວໂລກ ເຊິ່ງທ່ານ ເຈເຣມີ້ ເບີດ ອະດີດຫົວໜ້າສະຖາບັນຄຸ້ມຄອງນໍ້າສາກົນ ກ່າວວ່າ: ປື້ມຫົວນີ້ ສະແດງໃຫ້ເຫັນວິທີການແກ້ໄຂບັນຫາດ້ານການພັດທະນາຂອງອົງການຄຸ້ມຄອງອ່າງແມ່ນໍ້າສາກົນຫຼາຍແຫ່ງ ທີ່ມີຄວາມແຕກຕ່າງກັນໃນດ້ານການເມືອງ ວັດທະນະທຳ ແລະ ທີ່ຕັ້ງ.
ທ່ານ ດານິໂລ້ ເຕີກ ອະດີດປະທານາທິບໍດີສະໂລເວເນຍ ແລະ ອະດີດຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ປະທານຄະນະກໍາມະການລະດັບສູງດ້ານນໍ້າ ແລະ ສັນຕິພາບໂລກ ກ່າວວ່າ: ປື້ມຫົວນີ້ ສະແດງໃຫ້ເຫັນຄວາມສຳຄັນຂອງອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ໃນຖານະທີ່ເປັນອົງປະກອບສຳຄັນໃນເວທີໂລກ ແລະ ຄວນມີການຊຸກຍູ້ໃຫ້ມີແນວຄວາມຄິດເພີ່ມເຕີມກ່ຽວກັບນະວັດຕະກຳທີ່ຈຳເປັນໃນການຊ່ວຍເພີ່ມທະວີການຮ່ວມມືທາງນໍ້າ ໃຫ້ເປັນເຄື່ອງມືສ້າງສັນຕິພາບທີ່ສໍາຄັນໃນທົ່ວໂລກ.
# ຂ່າວ & ພາບ : ສະບາໄພ