ພິທີມອບ-ຮັບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ພາຍໃຕ້ໂຄງການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ຂົງເຂດພາກໃຕ້ຂອງລາວ ພາຍໃຕ້ການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ ຈັດຂຶ້ນວັນທີ 3 ກຸມພາ 2021 ທີ່ສູນເຝິກອົບຮົມ ຄກລ ບ້ານອີ່ໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍຕາງໜ້າມອບຂອງທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນຄັ້ງນີ້ ປະກອບມີ ລົດ Toyota Land Cruiser 10 ຄັນ ເຄື່ອງກວດລະເບີດ 90 ເຄື່ອງ ແລະ ອຸປະກອນຮັບໃຊ້ພາກສະໜາມອື່ນໆ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ຢູ່ 3 ແຂວງຄື: ຈໍາປາສັກ ເຊກອງ ແລະ ສາລະວັນ ພາຍໃຕ້ໂຄງການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ພາກໃຕ້ຂອງລາວ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ຈະຊ່ວຍໃຫ້ໂຄງການເກັບກູ້ລະເບີດສາມາດດໍາເນີນວຽກງານເກັບກູ້ລະເບີດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ໄວຂຶ້ນກວ່າເກົ່າ ແນໃສ່ບັນລຸເປົ້າໝາຍຕ່າງໆຂອງລັດຖະບານ ແລະ ສົນທິສັນຍາສາກົນທີ່ໄດ້ກໍານົດໄວ້.

# ຂ່າວ & ພາບ: ຂັນທະວີ