ທູດປະເທດສະມາຊິກອາຊຽນ ຢ້ຽມຢາມໂຄງການທ່າບົກ-ທ່ານາແລ້ງ

   ວັນທີ 3 ກຸມພາ 2021 ບັນດາທ່ານທູດປະເທດສະມາຊິກອາຊຽນປະຈຳລາວ ໄດ້ໄປຢ້ຽມຢາມໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານກຳມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພິທີແອວ ໂຮມດິ້ງ ຈຳກັດແລະ ທ່ານ ສີລາ ວຽງແກ້ວ ອະດີດຮອງລັດຖະມົນຕີກະຊວງການເງິນ ທີ່ປຶກສາອາວຸໂສ ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ພ້ອມດ້ວຍຄະນະປະທານສະພາບໍລິຫານ ຄະນະອຳນວຍການ ແລະ ພະນັກງານ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!