ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ນໍາເຂົ້າຈາກປະເທດເພື່ອນບ້ານ 1 ກໍລະນີ

     ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 3 ກຸມພາ 2021 ວ່າ: ການເກັບຕົວຢ່າງມາກວດວິເຄາະເພື່ອຊອກຫາຜູ້ຕິດເຊື້ອພະຍາດໂຄວິດ-19 ວັນທີ 2 ກຸມພາ ມີຈໍານວນທັງໝົດ 330 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ເປັນຜູ້ຕິດເຊື້ອນ້ຳເບີທີ 45 ເພດຍິງ ອາຍຸ 20 ປີ ສັນຊາດລາວ ອາຊີບ ແມ່ບ້ານ ມາຈາກແຂວງສະມຸດປະການ ປະເທດໄທ ປັດຈຸບັນຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ຜູ້ກ່ຽວບໍ່ມີອາການສະແດງຫຍັງອອກ ເຊິ່ງໃນວັນທີ 30 ມັງກອນ ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດ ມາດ່ານຊ່ອງເມັກ ແຂວງອຸບົນຣາດຊະທານີ ວັນທີ 31 ມັງກອນ ໄດ້ຂ້າມດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ເດີນທາງດ້ວຍລົດໂດຍສານທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້ ມາຮອດວັນທີ 1 ກຸມພາ ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກ ແມ່ນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການຢູ່ໂຮງໝໍແຂວງດັ່ງກ່າວ ແລະ ໄດ້ສົ່ງຕົວຢ່າງໃຫ້ສູນວິເຄາະ ແລະ ລະບາດວິທະຍາກວດຢັ້ງຢືນ ຜົນກວດຢັ້ງຢືນວ່າພົບເຊື້ອໂຄວິດ-19 ສຳລັບຜູ້ສຳຜັດໃກ້ຊິດ ມີທັງໝົດ 35 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້.

    ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດວັນທີ 2 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 104.542 ຕົວຢ່າງ ແລະ ໃຫ້ຜົນບວກ 45 ຕົວຢ່າງ ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຈຳນວນ 4 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ຄື:

    ກໍລະນີ 42 ແລະ 45 ຕິດຕາມປິ່ນປົວຢູ່ແຂວງຈໍາປາສັກ.

    ກໍລະນີ 43 ຕິດຕາມປິ່ນປົວຢູ່ແຂວງຫຼວງນໍ້າທາ.  

    ກໍລະນີ 44 ຕິດຕາມປິ່ນປົວຢູ່ນະຄອນຫຼວງວຽງຈັນ

    ທັງໝົດແມ່ນມີສຸຂະພາບແຂງແຮງດີ ບໍ່ມີອາການສົນຫຍັງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!