ສກອ-ໜັງສືພິມເສດຖະກິດການຄ້າ ຈັດໂຄງການສົ່ງເສີມການອ່ານ ແລະ ການຮຽນຮູ້

    ສະມາຄົມການສຶກສາພາກເອກະຊົນລາວ (ສກອ) ແລະ ໜັງສືພິມເສດຖະກິດການຄ້າ ຈັດໂຄງການສົ່ງເສີມການອ່ານ ແລະ ການຮຽນຮູ້ ເພື່ອສົ່ງເສີມ ພັດທະນາຄວາມຮູ້ ແລະ ທັກສະຄວາມສາມາດດ້ານຕ່າງໆຂອງນັກຮຽນໃຫ້ຫຼາຍຂຶ້ນ ໂດຍພິທີລົງນາມການຮ່ວມມືດັ່ງກ່າວ ຈັດຂຶ້ນວັນທີ 2 ກຸມພາ 2021 ຢູ່ ສກອ ລະຫວ່າງທ່ານ ປະສິດທິຜົນ ພອນວັນທາ ຮອງປະທານ ສກອ ແລະ ທ່ານ ໃສຫຼ້າຄໍາ ຂະຫຍອງເອກ ຫົວໜ້າບັນນາທິການໜັງສືພິມເສດຖະກິດການຄ້າ ມີຮອງປະທານ ສກອ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການດັ່ງກ່າວ ເປັນການຮ່ວມມື 2 ຝ່າຍ ເພື່ອຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜົນສຳເລັດ ການຮຽນ-ການສອນຂອງໂຮງຮຽນຕ່າງໆທີ່ເຂົ້າຮ່ວມໂຄງການ ແນໃສ່ຊຸກຍູ້ສົ່ງເສີມການສອນດີ-ຮຽນເກັ່ງ ການບໍລິຫານທີ່ພົ້ນເດັ່ນ ແລະ ຄົ້ນຫານັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດຕາມໂຮງຮຽນຕ່າງໆ ໂດຍໜັງສືພິມເສດຖະກິດການຄ້າເປັນຝ່າຍດໍາເນີີນການສໍາພາດ ຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜ່ານໜັງສືພິມເສດຖະກິດການຄ້າ ແລະ ສື່ອອນລາຍຕ່າງໆ (ເວັບໄຊ ຢູທູບ ເຟສບຸກ ໂດຍເບື້ອງຕົ້ນ ຈະສຸມໃສ່ການຈັດກິດຈະກຳໃນໂຮງຮຽນຢູ່ນະຄອນຫຼວງວຽງຈັນ ແລະ ຂະຫຍາຍສູ່ຕ່າງແຂວງຕາມເງື່ອນໄຂຕົວຈິງ ພາຍໃຕ້ແນວທາງປະກອບສ່ວນຊ່ວຍພັດທະນາວຽກງານການສຶກສາໃຫ້ມີຄຸນນະພາບຫຼາຍຂຶ້ນ ຊ່ວຍສົ່ງເສີມການອ່ານ ແລະ ການຮຽນຮູ້ ປູກຈິດສຳນຶກໃຫ້ຄົນຮຸ່ນໃໝ່ ໃສ່ໃຈສຶກສາຫາຄວາມຮູ້ ຊ່ວຍຍົກລະດັບຄວາມກ້າສະແດງອອກ ພັດທະນາທັກສະ ແລະ ຄວາມສາມາດໃນດ້ານຕ່າງໆໃຫ້ນັກຮຽນ.

    ສໍາລັບໂຮງຮຽນທີ່ເຂົ້າຮ່ວມໂຄງການ ຈະໄດ້ຮັບການເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຮຽນດ້ານຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນ ຜ່ານສື່ຕ່າງໆຂອງໜັງສືພິມເສດຖະກິດ-ການຄ້າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!