ວັນທີ 3 ກຸມພາ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການສົນທະນາໂທລະສັບທາງໄກລະຫວ່າງສອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຂອງ ສປປ ລາວ ແລະ ສປ ຈີນ ໃນຄັ້ງວັນທີ 21 ມັງກອນ 2021 ຜ່ານມາ.

ໂອກາດນີ້ ທ່ານ ຫວັງ ອີ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຊົມເຊີຍລັດຖະມົນຕີກະຊວງການຕ່າງປະເທດລາວ ທີ່ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກໃນກອງປະຊຸມໃຫຍ່ດັ່ງກ່າວ ເຊິ່ງທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການນຳພັກ-ລັດ ສປ ຈີນ ທີ່ໄດ້ສົ່ງໂທລະເລກຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຖານມິດສະຫາຍ ເປັນຕົ້ນ ການຊ່ວຍເຫຼືອທາງດ້ານອຸປະກອນການແພດ ຢາປິ່ນປົວພະຍາດ ແລະ ວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລັດຖະບານລາວມີຜົນສໍາເລັດສູງ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ.

ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງລາວ ແລະ ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເພີ່ມພູມຄູນສ້າງໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເຊິ່ງສະແດງອອກໃນການພົບປະ ແລະ ແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລະຫວ່າງສອງລັດຖະບານທີ່ມີຜົນສໍາເລັດສູງໃນໄລຍະຜ່ານມາ.
ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຈີນ-ລາວ ກໍຄືການຮ່ວມມືຕ່າງໆໃນຂອບສອງຝ່າຍອື່ນໆ. ພິເສດ ສອງຝ່າຍຍັງເຫັນດີເປັນເອກະພາບກັນ ໃນການຈັດຕັ້ງບັນດາກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ແລະ ປີມິດຕະພາບລາວ-ຈີນ ເຊິ່ງການນໍາສູງສຸດຂອງສອງພັກໄດ້ປະກາດຢ່າງເປັນທາງການໃນໂອກາດສົນທະນາທາງໂທລະສັບ ໃນວັນທີ 21 ມັງກອນ 2021 ທີ່ຜ່ານມາ.
ນອກນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນໃນຂອບອາຊຽນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອື່ນໆ.
ການປະຊຸມແບບທາງໄກໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
# ຂ່າວ & ພາບ : ລັດເວລາ