ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສສ ນວ ຊຸດທີ II

    ຕາມການລາຍງານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາສະພາປະຊາຊົນນະຄອນຫຼວງວຽງຈັນ ຮອງປະທານຄະນະກຳມະການເລືອກຕັ້ງ ຂັ້ນ ນວ (ຜູ້ປະຈຳການ) ໃນພິທີຖະແຫຼງຂ່າວ ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ໃນວັນທີ 1 ກຸມພາ 2021 ທີ່ຫ້ອງວ່າຫານປົກຄອງນະຄອນຫຼວງວຽງຈັນ.

    ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ນວ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ຈໍານວນ 23 ທ່ານ ຍິງ 6 ທ່ານ ເລືອກເອົາ 18 ທ່ານ ຜູ້ສະໝັກຮັບເລືອກຕັ້ງເປັນ ສສ ນວ 49 ທ່ານ ເລືອກເອົາ 31 ທ່ານ (ສຳລັບເມືອງຈັນທະບູລີ ໄຊເສດຖາ ສີສັດຕະນາກ ແລະ ສີໂຄດຕະບອງ ມີຜູ້ສະໝັກເມືອງລະ 06 ທ່ານ ເລືອກເອົາເມືອງລະ 04 ທ່ານ ເມືອງໄຊທານີ ຫາດຊາຍຟອງ ນາຊາຍທອງ ປາກງື່ມ ແລະ ເມືອງສັງທອງ ມີຜູ້ຮັບສະໝັກ 05 ທ່ານ ເລືອກເອົາເມືອງລະ 03 ທ່ານ) ການເລືອກຕັ້ງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ 23 ທ່ານ ຍິງ 6 ທ່ານ ສສ ນວ ຊຸດທີ II 49 ທ່ານ ຍິງ 12 ທ່ານ ເລືອກເອົາ 31 ທ່ານ ເຊິ່ງປະກອບມີ 9 ເຂດເລືອກຕັ້ງໃນແຕ່ລະເມືອງຕ່າງໆຄື:

    ເຂດເລືອກຕັ້ງເມືອງຈັນທະບູລີ ມີ 6 ທ່ານ ຍິງ 1 ທ່ານ ເລືອກເອົາ 4 ທ່ານ ມີທ່ານ ນະຄະເສນ ສີຫາລາດ ຮອງເລຂາທິການສະພາປະຊາຊົນ ນວ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ທ່ານນາງ ໄຊສົມບັດ ວົງພັກດີ ຫົວໜ້າຫ້ອງການການເງິນເມືອງຈັນທະບູລີ ທ່ານ ພັນໂທ ທອງມີ ພິມມະສອນ ກໍາມະການຄະນະບໍລິຫານງານສະຫະພັນນັກຮົບເກົ່າ ນວ ທ່ານ ສຸລີ ມີລະໄມ ຜູ້ອໍານວຍການຕະຫຼາດຫ້ວຍຫົງ ແລະ ທ່ານ ສຸເວດ ຫຼວງໄຊທໍາມະວົງສີ ຮອງຫົວໜ້າໄຟຟ້າ ນວ ສາຂາ 1.

    ເຂດເລືອກຕັ້ງເມືອງສີໂຄດຕະບອງ ມີຜູ້ສະໝັກ 6 ທ່ານ ຍິງ 2 ທ່ານ ເລືອກເອົາ 4 ທ່ານ ມີ ທ່ານ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງສີໂຄດຕະບອງ ທ່ານ ສົມບັດ ຈັນທະມາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຄະນະພັກ ນວ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານ ແສງສຸລິຍັນ ສິລິໂພຄາ ຫົວໜ້າຫ້ອງການພາຍໃນເມືອງສີໂຄດຕະບອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ແລະ ທ່ານ ນາງ ອາລຸນນີ ສີພາຄໍາ ປະທານສະຫະພັນແມ່ຍິງເມືອງສີໂຄດຕະບອງ.

    ເຂດເລືອກຕັ້ງເມືອງໄຊເສດຖາ ມີຜູ້ສະຫມັກ 6 ທ່ານ ຍິງ 2 ທ່ານ ເລືອກເອົາ 4 ທ່ານ ຄື ທ່ານ ບຸນປິງ ປັນຍາຈິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງໄຊເສດຖາ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ທ່ານນາງ ພິດສະໄໝ ຕົ້ນສະຫວັນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊເສດຖາ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທ່ານນາງ ບົວຄໍາ ອະໄພຍະວົງ ຮອງຫົວຫນ້າຄະນະໂຄສະນາອົບຮົມ ນວ ແລະ ທ່ານ ຮສ ປອ ອຸທັນ ໄຕລິດທິ ປະທານສະພາການຄ້າ ແລະ ອຸດສາຫະກໍາເມືອງໄຊເສດຖາ.

    ເຂດເລືອກຕັ້ງເມືອງສີສັດຕະນາກ ມີຜູ້ສະໝັກ 6 ທ່ານ ຍິງ 3 ທ່ານ ເລືອກເອົາ 4 ທ່ານ ມີທ່ານນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ທ່ານ ພອນສິນ ສາວະລີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງສີສັດຕະນາກ ທ່ານ ນາງ ຄໍແຫວນ ສີງບັນດິດ ຮອງປະທານຄະນະກໍາມະການວັດທະນະທໍາ ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ທ່ານ ປະສາດໄຊ ພິລາພັນເດຊ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະທານສະມາຄົມອຸດສາຫະກໍາຍານພາຫະນະລາວ ທ່ານນາງ ອານົງໄພ ນຸພາບພະວົງສີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງສີສັດຕະນາກ ແລະ ທ່ານ ຄໍາພູວຽງ ແກ້ວສຸພຣົມ ຫົວໜ້າຫ້ອງການການເງິນເມືອງສີສັດຕະນາກ.

    ເຂດເລືອກຕັ້ງເມືອງນາຊາຍທອງ ມີຜູ້ສະໝັກ 5 ທ່ານ ເລືອກເອົາ 3 ທ່ານ ຄື ທ່ານ ພູວຽງ ເພຍເທບ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງນາຊາຍທອງ ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ທ່ານ ແສງວິໄລ ສີລັດຕະນະ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງນາຊາຍທອງ ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ແລະ ທ່ານ ສົມບູນ ເນຕິບັນດິດ ປະທານສະມາຄົມນັກທຸລະກິດເມືອງນາຊາຍທອງ.

    ເຂດເລືອກຕັ້ງເມືອງໄຊທານີ ມີຜູ້ສະຫມັກ 5 ທ່ານ ຍິງ 1 ທ່ານ ເລືອກເອົາ 3 ທ່ານ ຄື ທ່ານ ບຸນວັນ ຈະຊົ່ວເກົ້າ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງໄຊທານີ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານກຸ່ມບໍລິສັດກິດຕິພົງກຣຸບ ຈໍາກັດ ທ່ານ ບົວລີ ແກ້ວມະນີວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ  ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊທານີ ແລະ ທ່ານ ຄໍາພູວັນ ລາດຊະຈັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊທານີ.

    ເຂດເລືອກຕັ້ງເມືອງຫາດຊາຍຟອງ ມີຜູ້ສະຫມັກ 5 ທ່ານ ຍິງ 1 ທ່ານ ເລືອກເອົາ 3 ທ່ານ ຄື ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຫາດຊາຍຟອງ ທ່ານ ລໍາເພັດ ຄໍາຄໍ້ຮົມພັນ ຫົວໜ້າຫ້ອງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຫາດຊາຍຟອງ ທ່ານ ສັກດາ ອາດວາລີ ຮອງຫົວໜ້າພະແນກຍຸຕິທໍາ ນວ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະພາອຸດສາຫະກໍາ ແລະ ການຄ້າເມືອງຫາດຊາຍຟອງ ແລະ ທ່ານ ພັນໂທ ດາວບິນ ເລີດລີວັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນວ.

    ເຂດເລືອກຕັ້ງເມືອງສັງທອງ ມີຜູ້ສະໝັກ 5 ທ່ານ ຍິງ 2 ທ່ານ ເລືອກເອົາ 3 ທ່ານ ຄື ທ່ານ ຄໍາສວຍ ອຸ່ນດາລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງສັງທອງ ທ່ານ ນາງ ໂຄຕະມິນ ພົງຍາລັກ ຮອງປະທານສະຫະພັນແມ່ຍິງ ນວ ທ່ານນາງ ໄຊພອນ ແສງຈັນ ຫົວໜ້າຄະນະຈັດຕັ້ງເມືອງສັງທອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ແລະ ທ່ານ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ.

    ເຂດເລືອກຕັ້ງເມືອງປາກງື່ມ ມີ 5 ທ່ານ ເລືອກເອົາ 3 ທ່ານ ມີທ່ານ ຂັນທີ ສີວິໄລ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງປາກງື່ມ ທ່ານ ຄໍາພາວ ໂພຂາວ ຮອງຫົວໜ້າຫ້ອງວ່າການ ນວ ຫົວໜ້າສະຖາບັນຄົ້ນຄວ້າການພັດທະນາເສດຖະກິດ-ສັງຄົມ ນວ ທ່ານ ບຸນທະວີ ສີແສນດີ ຮອງຫົວໜ້າອົງການໄອຍະການປະຊາຊົນ ນວ ທ່ານ ສໍສຸທິພະພອນ ສີສຸວັນ ຫົວໜ້າໜ່ວຍງານປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກງື່ມ ທ່ານ ຄໍາຄູນ ຄູນທະວົງ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ.

    ບັນດາຜູ້ສະໝັກຮັບເລືອກຕັ້ງເປັນ ສສ ນວ ຊຸດທີ II ມີຜູ້ສະໝັກທີ່ມາຈາກພະແນກການ ອົງການຂັ້ນ ນວ ມີ 22 ທ່ານ ຍິງ 5 ທ່ານ ຂັ້ນເມືອງມີ 19 ທ່ານ ຍິງ 5 ທ່ານ ລັດວິສາຫະກິດ ມີ 1 ທ່ານ ວິສາຫະກິດພາກເອກະຊົນ ມີ 7 ທ່ານ ຍິງ 02 ທ່ານ ຊົນເຜົ່າແຍກຕາມໝວດພາສາລາວ-ໄຕ ມີ 47 ທ່ານ ຍິງ 13 ທ່ານ ກວມ 95,91% ມົ້ງ-ອິວມຽນ ມີ 1 ທ່ານ ກວມ 2,4 % ຈີນ-ຕີເບດ ມີ 1 ທ່ານ ກວມ 2.4 % ຂອງຜູ້ສະໝັກທັງໝົດ ອາຍຸສະເລ່ຍຂອງຜູ້ອອກຮັບສະໝັກທັງໝົດ 49 ທ່ານ ແມ່ນ 57 ປີ ລະດັບການສຶກສາມັດທະຍົມຕອນຕົ້ນມີ 7 ທ່ານ ຍິງ 3 ທ່ານ ມັດທະຍົມຕອນປາຍ ມີ 42 ທ່ານ ຍິງ 9 ທ່ານ ລະດັບວິຊາສະເພາະຊັ້ນສູງ ມີ 5 ທ່ານ ປະລິນຍາຕີ 22 ທ່ານ ຍິງ 7 ທ່ານປະລິນຍາໂທ ມີ 21 ທ່ານ ຍິງ 5 ທ່ານ ປະລິນຍາເອກ ມີ 1 ທ່ານ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!