ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂອງຄະນະຈັດຕັ້ງເມືອງນາຊາຍທອງ ຈັດຂຶ້ນວັນທີ 2 ກຸມພາ 2021 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ວຽງ ແພງສະຫວັນ ຫົວໜ້າຄະນະຈັດຕັ້ງເມືອງນາຊາຍທອງ ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ບັນດາຄະນະປະຈໍາພັກ ຄະນະພັກ ຫ້ອງການອ້ອມຂ້າງ ແລະ ເລຂາພັກບ້ານ ນາຍບ້ານເຂົ້າຮ່ວມ.
ທ່ານ ວຽງ ແພງສະຫວັນ ຂຶ້ນຜ່ານຮ່າງບົດສະຫຼຸບ ໃຫ້ຮູ້ວ່າ: ທົ່ວເມືອງນາຊາຍທອງປະກອບມີສະມາຊິກພັກ 1.982 ສະຫາຍ ຍິງ 662 ສະຫາຍ ໃນນັ້ນ ເປັນສະມາຊິກພັກສໍາຮອງ 93 ສະຫາຍ ຍິງ 47 ສະຫາຍ ຄະນະບໍລິຫານງານພັກເມືອງນາຊາຍທອງປັດຈຸບັນມີ 25 ສະຫາຍ ຍິງ 4 ສະຫາຍ ມີໜ່ວຍພັກ 110 ໜ່ວຍ ມີ 7 ຄະນະພັກຮາກຖານ ແຈກຢາຍຢູ່ຕາມແຕ່ລະຂົງເຂດຕ່າງໆ ພ້ອມນັ້ນ ຍັງໄດ້ສໍາເລັດເປີດກອງປະຊູໃຫຍ່ໜ່ວຍພັກທົ່ວເມືອງນາຊາຍທອງ 102 ໜ່ວຍພັກ ເປີດກອງປະຊຸມສະຫຼຸບປະຈໍາປີ 8 ໜ່ວຍພັກ ໃນນັ້ນ ມີເລຂາໜ່ວຍພັກຄວບຕໍາແໜ່ງນາຍບ້ານ 47 ສະຫາຍ ຍິງ 4 ສະຫາຍ ແລະ ສໍາເລັດເປີດກອງປະຊຸມໃຫຍ່ອົງຄະນະພັກເມືອງນາຊາຍທອງ ສະໄໝທີ VII ເລືອກຕັ້ງໄດ້ຄະນະບໍລິຫານງານພັກເມືອງນາຊາຍທອງ ສະໄໝທີ VII ມີ 25 ສະຫາຍ ຍິງ 4 ສະຫາຍ ໄດ້ດໍາເນີນການກວດກາ ແລະ ກໍ່ສ້າງເອົາມະຫາຊົນຜູ້ກ້າວໜ້າ ເພື່ອເຂົ້າເປັນສະມາຊິກຂອງພັກປະຊາຊົນປະຕິວັດລາວຢ່າງເປັນປົກກະຕິ.

ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ອະນຸມັດສະມາຊິກພັກສໍາຮອງຂຶ້ນສົມບູນ 71 ສະຫາຍ ຍິງ 38 ສະຫາຍ ອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ 69 ສະຫາຍ ຍິງ 35 ສະຫາຍ ອະນຸມັດຮຽນກົດລະບຽບພັກ 77 ສະຫາຍ ຍິງ 45 ສະຫາຍ ອະນຸມັດຮຽນສະໜັບສະໜູນພັກ 95 ສະຫາຍ ຍິງ 50 ສະຫາຍ.

ທົ່ວເມືອງນາຊາຍທອງ ມີພະນັກງານລັດຖະກອນ 871 ທ່ານ ຍິງ 523 ທ່ານ ໃນນັ້ນ ນະຄອນຫຼວງຄຸ້ມຄອງ 24 ທ່ານ ຍິງ 4 ທ່ານ ຂັ້ນສູນກາງຄຸ້ມຄອງ 1 ທ່ານ ຄະນະຈັດຕັ້ງເມືອງນາຊາຍທອງໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ເພື່ອເປັນເສນາທິການໃນການບູລະນະປັບປຸງອໍານາດລັດຢູ່ຂັ້ນເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໄດ້ນໍາສະເໜີເຈົ້າເມືອງນາຊາຍທອງ ອອກຂໍ້ຕົກລົງແຕ່ງຕັ້ງ ໂຍກຍ້າຍ ຍົກລະດັບວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງຂອງພະນັກງານ-ລັດຖະກອນ ຄື: ແຕ່ງຕັ້ງຫົວໜ້າຫ້ອງການ 6 ທ່ານ ຍິງ 2 ທ່ານ ແຕ່ງຕັ້ງຮອງຫົວໜ້າຫ້ອງການ 10 ທ່ານ ຍິງ 5 ທ່ານ ແຕ່ງຕັ້ງຫົວໜ້າໜ່ວຍງານ 7 ທ່ານ ຍິງ 3 ທ່ານ ແຕ່ງຕັ້ງຮອງຫົວໜ້າໜ່ວຍງານ 6 ທ່ານ ຍິງ 1 ທ່ານ ຍົກຍ້າຍບ່ອນປະຈໍາການພະນັກງານ-ລັດຖະກອນ 8 ທ່ານ ຍິງ 4 ທ່ານ ຮັບເອົາພະນັກງານມາຈາກພາກສ່ວນອື່ນ 2 ທ່ານ ຍິງ 1 ທ່ານ ໄປຍົກລະດັບທິດສະດີການເມືອງ 9 ທ່ານ ຍິງ 4 ທ່ານ ໄປຍົກລະດັບວິຊາສະເພາະຊັ້ນປະລິນຍາຕີ 3 ທ່ານ ຍິງ 1 ທ່ານ ແລະ ໄປຍົກລະດັບວິຊາສະເພາະຊັ້ນປະລິນຍາໂທອີກ 3 ທ່ານ.

# ຂ່າວ & ພາບ : ວຽງມາ