ທ່ານສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ຫົວໜ້າໜ່ວຍງານເນື້ອໃນອະນຸກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນກ່ຽວກັບການປະກາດຊື່ ແລະ ຄຸນລັກສະນະຂອງຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ໃນວັນທີ 1 ກຸມພາ ທີ່ຫ້ອງວ່າການສະພາແຫ່ງຊາດ (ຫຼັກ 6) ວ່າ: ທົ່ວປະເທດມີຜູ້ຮັບສະໝັກເປັນ ສສຊ ຊຸດທີ IX ທັງໝົດ 224 ທ່ານ ຍິງ 49 ທ່ານ ເລືອກເອົາ 164 ທ່ານ ຜູ້ສະໝັກຈາກສູນກາງ 68 ທ່ານ ຍິງ 11 ທ່ານ ຜູ້ສະໝັກຈາກທ້ອງຖິ່ນມີ 156 ທ່ານ ຍິງ 38 ທ່ານ ໃນນີ້ ສສຊ ຊຸດທີ VIII ສືບຕໍ່ສະໝັກ 43 ທ່ານ ຍິງ 4 ທ່ານ ຜູ້ສະໝັກຈາກລັດວິສາຫະກິດ 4 ທ່ານ ພາກທຸລະກິດເອກະຊົນ 8 ທ່ານ ຍິງ 1 ທ່ານ ເປັນຊົນເຜົ່າແຍກຕາມ 4 ໝວດພາສາລາວ-ໄຕ ມີ 180 ທ່ານ ຍິງ 39 ທ່ານ ມອນ-ຂະແມ 25 ທ່ານ ຍິງ 8 ທ່ານ ມົ້ງ-ອິວມຽນ 14 ທ່ານ ຈີນ-ຕີເບດ 5 ທ່ານ ຍິງ 2 ທ່ານ ອາຍຸກະສຽນແຕ່ 45 ປີລົງມາມີ 33 ທ່ານ ຍິງ 14 ທ່ານ 45-55 ປີ ມີ 102 ທ່ານ ຍິງ 25 ທ່ານ 56-60 ປີ ມີ 76 ທ່ານ ຍິງ 7 ທ່ານ ແລະ 61 ປີຂຶ້ນໄປມີ 12 ທ່ານ ຍິງ 4 ທ່ານ.

ລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນ ມີ 3 ທ່ານ ມັດທະຍົມຕອນປາຍມີ 220 ທ່ານ ຍິງ 49 ທ່ານ ລະດັບວິຊາສະເພາະຊັ້ນກາງມີ 4 ທ່ານ ຍິງ 1 ທ່ານ ຊັ້ນສູງມີ 22 ທ່ານ ຍິງ 18 ທ່ານ ປະລິນຍາຕີ 66 ທ່ານ ຍິງ 18 ທ່ານ ປະລິນຍາໂທ 101 ທ່ານ ຍິງ 24 ທ່ານ ປະລິນຍາເອກມີ 31 ທ່ານ ຍິງ 4 ທ່ານ ລະດັບທິດສະດີ 45 ວັນມີ 3 ທ່ານ ຂັ້ນຕົ້ນ 4 ທ່ານ ຍິງ 2 ທ່ານ ຂັ້ນກາງມີ 8 ທ່ານ ຍິງ 2 ທ່ານ ຂັ້ນສູງມີ 201 ທ່ານ ຍິງ 44 ທ່ານ ແລະ ບໍ່ຜ່ານທິດສະດີມີ 8 ທ່ານ ຍິງ 1 ທ່ານ.

ສຳລັບຄຸນລັກສະນະຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ຊຸດທີ II ມີ 789 ທ່ານ ຍິງ 227 ທ່ານ ຈາກພະແນກການຂອງແຂວງ ມີ 273 ທ່ານ ຍິງ 79 ທ່ານ ຂັ້ນເມືອງ ມີ 498 ທ່ານ ຍິງ 145 ທ່ານ ຈາກລັດວິສາຫະກິດ 2 ທ່ານ ພາກທຸລະກິດເອກະຊົນ 16 ທ່ານ ຍິງ 3 ທ່ານ ຊົນເຜົ່າແຍກຕາມໝວດພາສາ ລາວ-ໄຕ ມີ 508 ທ່ານ ຍິງ 179 ທ່ານ ມອນ-ຂະແມ 118 ທ່ານ ຍິງ 36 ທ່ານ ມົ້ງ-ອິວມຽນ 65 ທ່ານ ຍິງ 7 ທ່ານ ຈີນ-ຕີເບດ 26 ທ່ານ ຍິງ 5 ທ່ານ ອາຍຸກະສຽນ 45 ປີລົງມາ ມີ 298 ທ່ານ ຍິງ 113 ທ່ານ 46-55 ປີ ມີ 406 ທ່ານ ຍິງ 100 ທ່ານ 56-60 ປີ ມີ 83 ທ່ານ ຍິງ 14 ທ່ານ ແລະ 61 ປີຂຶ້ນໄປ ມີ 2 ທ່ານ ລະດັບການສຶກສາຊັ້ນມັດທະຍົມຕົ້ນ ມີ 26 ທ່ານ ຍິງ 7 ທ່ານ ມັດທະຍົມປາຍມີ 763 ທ່ານ ຍິງ 220 ທ່ານ ລະດັບວິຊາສະເພາະຊັ້ນຕົ້ນ ມີ 12 ທ່ານ ຍິງ 2 ທ່ານ ຊັ້ນກາງ ມີ 74 ທ່ານ ຍິງ 25 ຊັ້ນສູງ ມີ 179 ທ່ານ ຍິງ 68 ທ່ານ ປະລິນຍາຕີ ມີ 354 ທ່ານ ຍິງ 111 ທ່ານ ປະລິນຍາໂທ ມີ 158 ທ່ານ ຍິງ 20 ທ່ານ ປະລິນຍາເອກ ມີ 12 ທ່ານ ຍິງ 1 ທ່ານ ລະດັບທິດສະດີ 45 ວັນ ມີ 79 ທ່ານ ຍິງ 16 ທ່ານ ຂັ້ນຕົ້ນ 46 ທ່ານ ຍິງ 19 ທ່ານ ຂັ້ນກາງ 201 ທ່ານ ຍິງ 74 ທ່ານ ຂັ້ນສູງ ມີ 404 ທ່ານ ຍິງ 102 ທ່ານ ແລະ ບໍ່ຜ່ານທິດສະດີ 59 ທ່ານ ຍິງ 16 ທ່ານ ທົ່ວປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງ ຫຼື ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ 4.279.243 ຄົນ ຍິງ 2.128.167 ຄົນ.
ໂອກາດນີ້ ຕາງໜ້າໃຫ້ຄະນະກຳມະການເລືອກຕັ້ງລະດັບຊາດ ຂໍຮຽກຮ້ອງໃຫ້ຄະນະກຳມະການເລືອກຕັ້ງຂັ້ນຕ່າງໆໃນທົ່ວປະເທດ ຈົ່ງສືບຕໍ່ເອົາໃຈໃສ່ດຳເນີນການກະກຽມເລືອກຕັ້ງດ້ວຍຄວາມຮັບຜິດຊອບສູງ ພ້ອມທັງລະດົມຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນບັນດາເຜົ່າ ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ດຳເນີນໄດ້ວຍບັນຍາກາດເບີກບານມ່ວນຊື່ນ ມີປະຊາທິປະໄຕ ຖືກຕ້ອງຕາມກົດໝາຍ ປະຢັດ ແລະ ປະຕິບັດໄດ້ 3 ຄາດໝາຍຄື ຜູ້ມີສິດປ່ອນບັດເລືອກຕັ້ງຕື່ນຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງໃຫ້ໄດ້ 100% ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບ ປອດໄພໃນວັນເລືອກຕັ້ງ 100%.
# ຂ່າວ & ພາບ : ອົ່ນ ໄຟສົມທອງ