ພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ແລະ ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງສີໂຄດຕະບອງ ເປັນຮັກສາການເລຂາຄະນະພັກ-ເຈົ້າເມືອງສີໂຄດຕະບອງ ໄດ້ຈັດຂຶ້ນວັນທີ 1 ກຸມພາ 2021 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະຈັດຕັ້ງ ນວ ຄະນະບໍລິຫານງານພັກເມືອງ ເລຂາຄະນະພັກຮາກຖານ ເລຂາໜ່ວຍຮາກຖານ ຫ້ອງການອ້ອມຂ້າງ ແລະ ນາຍບ້ານເຂົ້າຮ່ວມ.
ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນວ ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງສີໂຄດຕະບອງ ແຕ່ງຕັ້ງທ່ານ ທົງ ຫົດທິລາດ ຫົວໜ້າຄະນະຈັດຕັ້ງເມືອງສີໂຄດຕະບອງ ເປັນຮອງເຈົ້າເມືອງຕະບອງ ແລະ ຄໍາສັ່ງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຍົກຍ້າຍພະນັກງານ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ໄປຮັບໜ້າທີ່ໃໝ່ຢູ່ກວດກາພັກ-ລັດ ນວ ທັງນີ້ກໍເພື່ອຮັບປະກັນເງື່ອນໄຂສະດວກດ້ານຕ່າງໆໃຫ້ແກ່ວຽກງານຂອງພັກ ແລະ ຂອງລັດ ດໍາເນີນໄປຢ່າງປົກກະຕິຕໍ່ເນື່ອງ.
# ຂ່າວ & ພາບ : ວຽງມາ