ກອງປະຊຸມປຶກສາຫາລືການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX (ສສຊ) ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ( ສປ ນວ) ຊຸດທີ II ຈັດຂຶ້ນວັນທີ 1 ກຸມພາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ປະທານກໍາມະການເລືອກຕັ້ງຂັ້ນ ນວ ມີບັນດາຮອງປະທານຄະນະກໍາມະການເລືອກຕັ້ງ ຄະນະກໍາມະການເລືອກຕັ້ງ ຄະນະຮັບຜິດຊອບປ່ອນບັດ ອະນຸກໍາມະການຊ່ວຍວຽກ ແລະ ປະທານຄະນະກໍາມະການເລືອກຕັ້ງ 9 ຕົວເມືອງອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ຄໍາຟອງ ພູມວົງໄຊ ຮອງປະທານ ສປ ນວ ຫົວໜ້າອະນຸກໍາມະການເລຂານຸການ ຄະນະກໍາມະການເລືອກຕັ້ງຂັ້ນ ນວ ໄດ້ລາຍງານການກະກຽມວຽກງານປິ່ນອ້ອມຂອງຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນວ່າ: ການກະກຽມວຽກງານໄລຍະຜ່ານມາໄດ້ສໍາເລັດໃນຫຼາຍໜ້າວຽກ ພົ້ນເດັ່ນ ໄດ້ຄົ້ນຄວ້າ ແລະ ຂຶ້ນບັນຊີລາຍຊື່ຜູ້ຮັບສະໜັກເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສປ ນວ ຊຸດທີ II ແລ້ວລາຍງານໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດພິຈາລະນາ ເຊິ່ງ ນວ ມີຜູ້ລົງສະໜັກເປັນ ສສຊ ຊຸດທີ IX 23 ທ່ານ ເລືອກເອົາ 18 ທ່ານ ຜູ້ລົງສະໝັກເລືອກຕັ້ງເປັນ ສປ ນວ ຊຸດທີ II ຈໍານວນ 49 ທ່ານ ເລືອກເອົາ 31 ທ່ານ ປັດຈຸບັນໄດ້ກະກຽມປະກາດລາຍຊື່ບຸຄະລາກອນລົງສະໜັກຮັບເລືອກຕັ້ງ ສປ ນວ ສ່ວນລາຍຊື່ຜູ້ຮັບສະໜັກເລືອກຕັ້ງ ສສຊ ແມ່ນສິດຂອງຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜຸ້ປະກາດ ພ້ອມນັ້ນ ໄດ້ສໍາເລັດການຂຶ້ນບັນຊີພົນລະເມືອງຜູ້ມີສິດເລືອກຕັ້ງ ແລະ ກໍານົດໜ່ວຍປ່ອນບັດເລືອກຕັ້ງ ໄດ້ກໍານົດຈຸດລົງໂຄສະນາຫາສຽງຂອງ ສສຊ ຊຸດທີ IX ແລະ ສປ ນວ ຊຸດທີ II ເປັນເວລາ 11 ວັນ ນັບແຕ່ວັນທີ 9-19 ກຸມພາ 2021 ມີທັງໝົດ 250 ຈຸດ ໃນນີ້ ສສຊ 70 ຈຸດ ສປນວ 180 ຈຸດ ໄດ້ຄົ້ນຄວ້າວາງແຜນຮູບແບບການໂຄສະນາ ຊຸກຍູ້ປຸກລະດົມອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນຊາວ ນວ ສ້າງຂະບວນການຕ່າໆເພື່ອຕ້ອນຮັບວັນເລືອກຕັ້ງ ແລະ ໄດ້ຄົ້ນຄວ້າວາງແຜນປ້ອງກັນ ແກ້ໄຂສະພາບການ ໜໍ່ແໜ່ງປາກົດການຫຍໍ້ທໍ້ຕ່າງໆທີ່ເປັນປັດໄຈກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ພາຍໃນເມືອງ ບ້ານ ຫົວໜ່ວຍປ່ອນບັດເລືອກຕັ້ງຕ່າງໆ ທົ່ວ ນວ.
# ຂ່າວ & ພາບ : ຂັນທະວີ