ວາງກະຕ່າດອກໄມ້ເນື່ອງໃນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ

    ເນື່ອງໃນໂອກາດຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ວັນທີ 1 ກຸມພາ 2021 ທີ່ຫໍພິພິຕະພັນປະທານໄກສອນ ພົມວິຫານ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນກໍາມະບານລາວ ພ້ອມຄະນະ ໄດ້ນໍາກະຕ່າດອກໄມ້ໄປວາງຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ຢູ່ຫໍພິພິຕະພັນປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມຈົງຮັກພັກດີ ກະຕັນຍູຮູ້ບຸນຄຸນ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປະຕິວັດໃນເມື່ອກ່ອນ ຈົນສາມາດນໍາພາປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975.

# ຂ່າວ & ພາບ : ຂັນ​ທະວີ

error: Content is protected !!