ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວຄົບຮອບ 65 ປີ (1/2/1956-1/2/2021) ຈັດຂຶ້ນວັນທີ 1 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມປະທານສະຫະພັນກໍາມະບານບັນດາກະຊວງ ອົງການທຽບເທົ່າ ພະແນກການ ແລະ ສະມາຊິກກໍາມະບານອ້ອມຂ້າງສູນກາງສະຫະພັນກໍາມະບານລາວ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວຄໍາປາໄສ ໂດຍຍົກໃຫ້ເຫັນກ່ຽວກັບປະຫວັດຄວາມເປັນມາ ຄວາມໝາຍຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການສ້າງຕັ້ງສະຫະພັນກໍາມະບານລາວຕະຫຼອດໄລຍະ 65 ປີຜ່ານມາ ເຊິ່ງສະຫະພັນກໍາມະບານລາວໄດ້ເຮັດໜ້າທີ່ຂອງຕົນຢ່າງແຂງແຮງ ໃນການເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງກໍາມະກອນ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເປັນກ້ອນກໍາລັງແຮງສໍາຄັນ ທີ່ມີນໍ້າໃຈເສຍສະຫຼະອັນພິລະອາດຫານ ເຂົ້າໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້ ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮັບການປະດັບຫຼຽນກາກໍາມະບານ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານກຳມະບານໃນໄລຍະຜ່ານມາ ໂດຍການປະດັບຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ແລະ ໂອກາດດຽວກັນ ຍັງໄດ້ດໍາເນີນກອງປະຊຸມວິທະຍາສາດພາຍໃຕ້ຫົວຂໍ້:ພັດທະນາວຽກງານກຳມະການໃນໄລຍະໃໝ່ຕື່ມອີກ.
# ຂ່າວ & ພາບ : ຂັນທະວີ