ສະຫະພັນກຳມະບານນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 65 ປີ (1/2/1956-1/2/2021) ເປັນກຽດປາຖະກະຖາໂດຍທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກຳມະບານນະຄອນຫຼວງວຽງຈັນ ແລະ ສະຫະພັນກຳມະບານເມືອງ ພະແນກການ ກຳມະບານຮາກຖານທົ່ວນະຄອນຫຼວງເຂົ້າຮ່ວມ.

ໃນໂອກາດນີ້ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫັນກຳມະບານລາວ ໂດຍສະເພາະແມ່ນຜົນງານທີ່ພົ້ນເດັ່ນໄລຍະ 65 ປີຂອງການສ້າງຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານໃນການປະກອບສ່ວນພາລະກິດປະຕິວັດ ເຊິ່ງເຫັນໄດ້ວ່າອົງການຈັດຕັ້ງກຳມະບານລາວ ກໍຄືຊົນຊັ້ນກຳມະກອນ ໄດ້ເປັນກຳລັງຫຼວງປະກອບສ່ວນຢ່າງສົມກຽດ ເຂົ້າໃນການຕໍ່ສູ້ກູ້ຊາດໃນແຕ່ລະໄລຍະ ທັງປະຕິບັດໜ້າທີ່ການຜະລິດ ສ້າງຄວາມເຂັ້ມແຂງ ກຸ້ມຕົນເອງທາງດ້ານເສດຖະກິດ ຊີວິດການເປັນຢູ່ ທັງປະຕິບັດໜ້າທີ່ໃນການສູ້ຮົບ ທັງປັບປຸງກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ອັນໄດ້ເຮັດໃຫ້ອົງການກຳມະບານລາວນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ການປະຕິບັດວຽກງານວິຊາສະເພາະ ພັກໄດ້ຢັ້ງຢືນວ່າ: ໃນໄລຍະໃໝ່ຂອງການປະຕິວັດ ຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງມະກໍາມະບານ ຍິ່ງມີທີ່ຕັ້ງ ບົດບາດອັນສຳຄັນທີ່ສຸດ ອົງການກຳມະບານເປັນຂົວຕໍ່ທີ່ໝັ້ນແກ່ນລະຫວ່າງພັກກັບປະຊາຊົນ ກຳມະກອນ-ລັດຖະກອນ ໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກຄົນ ເປັນເຈົ້າການປະກອບສ່ວນເຂົ້າໃນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າຂອງອົງການກຳມະບານລາວ ໂດຍເພາະແມ່ນຖັນແຖວພະນັກງານກຳມະບານອາຊີບ ເຄິ່ງອາຊີບ ຮູ້ຈັດຕັ້ງເຄື່ອນໄຫວວຽກງານກຳມະບານຕາມພາລະບົດບາດ-ສິດໜ້າທີ່ຂອງຕົນ ສຶກສາອົບຮົມກຳມະກອນ ຊາວຜູ້ອອກແຮງງານ ໃຫ້ເຊື່ອມຊຶມແນວທາງຂອງພັກ ແລະ ລັດຖະບານວາງອອກແຕ່ລະໄລຍະ ປຸກລະດົມຂະບວນການແຂ່ງຂັນຮັກຊາດທົ່ວອົງການກຳມະບານໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ: ເພັດສະໝອນ