ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ (ປປລ) ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມປະຈຳປີ 2020 ໃນວັນທີ 29 ມັງກອນ 2021 ຜ່ານມາ ຢູ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາສະຫາຍຄະນະພັກກະຊວງ ເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆຂອງກະຊວງການຕ່າງປະເທດ ແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈຳນວນໜຶ່ງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ໄມບົວ ໄຊຍະວົງ ຄະນະພັກກະຊວງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຕີລາຄາຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ ໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງຕັ້ງໜ້າ ພ້ອມທັງຍົກໃຫ້ເຫັນຈຸດດີ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນມາໄດ້ໃນດ້ານຕ່າງໆ ເຊັ່ນ: ດ້ານວຽກງານປັັບປຸງກໍ່ສ້າງການຈັດຕັ້ງ ແລະ ຂະຫຍາຍສະມາຊິກ ດ້ານແນວຄິດການເມືອງ ດ້ານວຽກງານວິຊາສະເພາະ ດ້ານວຽກງານຂະບວນການ ແລະ ອື່ນໆ ອັນພົ້ນເດັ່ນແມ່ນດ້ານວຽກງານຊາວໜຸ່ມ 4 ບຸກ (ບຸກດ້ານການເມືອງແນວຄິດ ບຸກດ້ານການເຝິກຝົນຫຼໍ່ຫຼອມການຮຽນ ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ) ເຊິ່ງຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ໄດ້ມີຄວາມເອົາໃຈໃສ່ຢ່າງໜັກແໜ້ນ ໃນການຈັດຕັ້ງແຂ່ງຂັນ ຈົນໄດ້ຮັບນາມມະຍົດຊາວໜຸ່ມ ປປລ 4 ບຸກ ເຖິງ 3 ສະໄໝຕິດຕໍ່ກັນ ແລະ ຍັງສາມາດຍາດມາໄດ້ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃນວັນທີ 8 ມັງກອນ 2020 ຜ່ານມາ.

ພ້ອມດຽວກັນນີ້ ໃນພິທີມອບ-ຮັບ ຍັງໄດ້ໃບຢັ້ງຢືນການເປັນໜ່ວຍຊາວໜຸ່ມ 4 ບຸກ ເຊິ່ງທັງໝົດລວມມີ 55 ໜ່ວຍ ໃນນັ້ນ ຢູ່ພາຍໃນກະຊວງ 17 ໜ່ວຍ ຢູ່ຕ່າງປະເທດ 30 ໜ່ວຍ ແລະ ຮາກຖານຊາວໜຸ່ມ 08 ໜ່ວຍ ນອກນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາຊາວໜຸ່ມຕົວແບບຂອງບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ຈຳນວນ 17 ສະຫາຍ ທີ່ຕ່າງປະເທດ ຈຳນວນ 5 ສະຫາຍ ນັກກີລາບານເຕະ ດອກປີກໄກ່ ແລະ ຜູ້ສະໜັບສະໜູນຊາວໜຸ່ມກະຊວງການຕ່າງປະເທດ ຈຳນວນໜຶ່ງ.

# ຂ່າວ & ພາບ: ສີພອນ