ໃນວັນທີ 28 ມັງກອນ 2021 ຜ່ານມາ ກະຊວງປ້ອງກັນປະເທດໄດ້ຈັດພິທີມອບ-ຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງສະຫະພັນຣັດເຊຍ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ມີສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນໍາ ແລະ ຜູ້ຕາງໜ້າຈາກສອງກະຊວງປ້ອງກັນປະເທດເຂົ້າຮ່ວມ.

ພາຫະນະເຕັກນິກຊ່າງແສງທີ່ຖືກມອບໃນຄັ້ງນີ້ ຍັງສາມາດຊ່ວຍຮັບປະກັນໃຫ້ແກ່ວຽກງານມະນຸດສະທຳ ແລະ ຮັກສາສັນຕິພາບ ສາມາດນໍາໃຊ້ໃນການເກັບກູ້ລະເບີດ ການກອບກູ້ໄພພິບັດທາງທໍາມະຊາດ ແລະ ການສະໜອງຄວາມຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ແກ່ປະຊາຊົນໃນເຂດປະສົບໄພ ເຊິ່ງພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກທີ່ນໍາມາມອບປະກອບມີ: ລົດຂຸດຂຸມຄອງຈໍານວນ 2 ຄັນ ລົດສ້ອມແປງ (ບໍາລຸງຮັກສາ) ຈໍານວນ 2 ຄັນ ລົດຕູ້ສ້ອມແປງ (ເຄື່ອນທີ່) ຈໍານວນ 2 ຄັນ ລົດຈົກຕີນຢາງ ຈໍານວນ 1 ຄັນ ເຮືອກາໂນ ຈໍານວນ 10 ລຳ ລົດກວດມິນ ຈໍານວນ 2 ຄັນ ຈັກໄຟຟ້າ ເຄື່ອນທີ່ 2 ເຄື່ອງ ແລະ ລົດຂຸດຂຸມຄອງ (M3-2) ຈໍານວນ 2 ຄັນ.

ໂອກາດນີ້ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫ່ຍເຕັກນິກກອງທັບ ເຊິ່ງໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ກໍໄດ້ກ່າວຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວຄັ້ງນີ້ ພ້ອມນີ້ກໍສະແດງຄວາມຂອບໃຈຢ່າງສູງຕໍ່ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ໃນການໃຫ້ການຊ່ວຍເຫຼືອອຸປະກອນການທະຫານໃຫ້ແກ່ກອງທັບປະຊາຊົນລາວໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນຍິ່ງ ພໍດີກັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ ສະແດງເຖິງຄວາມສາມັກຄີຮັກແພງ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບເພື່ອນມິດສະຫາຍ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແກ່ການກໍ່ສ້າງກອງທັບໃຫ້ເຂັ້ມແຂງ ແລະ ທັນສະໄໝ.

# ຂ່າວ & ພາບ: ໄຊບັນດິດ