ເມືອງໄຊທານີ ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ

    ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງໄຊທານີຄັ້ງທີ III ສະໄໝທີ VII ສະຫຼຸບການນໍາພາຮອບດ້ານຂອງອົງຄະນະພັກເມືອງໄຊທານີປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຈັດຂຶ້ນວັນທີ 29 ມັງກອນ 2021 ທີ່ສະໂມສອນເມືອງດັ່ງກ່າວ ເປັນປະທານຂອງສະຫາຍ ຄໍາປະດິດ ເຂັມມານິດ ເລຂາພັກເມືອງ ເຈົ້າເມືອງໄຊທານີ ມີບັນດາຮອງເລຂາພັກເມືອງ ຄະນະປະຈໍາພັກເມືອງ ເລຂາໜ່ວຍພັກຮາກຖານຫ້ອງການ ສໍານັກງານ ເລຂາພັກບ້ານ ແລະ ນາຍບ້ານພາຍໃນເມືອງເຂົ້າຮ່ວມ.

    ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການນໍາພາຮອບດ້ານຂອງອົງຄະນະພັກເມືອງໄຊທານີປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ບົດລາຍງານກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ຢູ່ຂັ້ນເມືອງໄຊທານີ ໄດ້ຮັບຟັງການປະກອບຄໍາເຫັນກ່ຽວກັບການຍົກສູງບົດບາດການນໍາພາຂອງຮາກຖານພັກ-ໜ່ວຍພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຮັບຟັງການປະກອບຄໍາເຫັນກ່ຽວກັບວຽກງານຂະບວນການ ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກຂອງເມືອງຕື່ມອີກ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!