ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈໍາກັດ ຫຼື Sacombank Lao ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກ ມອບຊ່ວຍເຫຼືອສູນສົງເຄາະນະຄອນຫຼວງວຽງຈັນ ວັນທີ 29 ມັງກອນ 2021 ຜ່ານມາ ທີ່ສູນດັ່ງກ່າວ ໂດຍກ່າວມອບຂອງທ່ານ ຟາມ ກວາງ ຟູ່ ສະມາຊິກສະພາບໍລິຫານ ຜູ້ອໍານວຍການໃຫຍ່ທະນາຄານ Sacombank Lao ແລະ ກ່າວຮັບຂອງທ່ານ ຄໍາແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບຊ່ວຍເຫຼືອຄັ້ງນີ້ ປະກອບມີ ຜ້າຫົ່ມ 200 ຜືນ ສາດຜື 200 ຜືນ ເຂົ້າກ່ອງ 350 ກັບ ປາກະ ປ໋ອງ ກາ 3 ແມ່ຄົວ 42 ແພັກ ໝີ່ສຳເລັດຮູບໄວໆ 40 ແກັດ ນໍ້າຕານຊາຍ 15 ກິໂລກຣາມ ແປ້ງນົວ 20 ກິໂລກຣາມ ນໍ້າສະອິວ 10 ແກັດ ນໍ້າຢາລ້າງຖ້ວຍ 10 ແພັກ ນໍ້າປາກາປາມຶກ 8 ແກັດ ເຂົ້າສານ 100 ກິໂລກຣາມ ແລະ ໄຂ່ 5 ແຕະ ລວມມູນຄ່າ 22 ລ້ານກີບ ໂດຍມີຈຸດປະສົງປະກອບສ່ວນເປັນສ່ວນໜຶ່ງໃນການເບິ່ງແຍງດູແລຄົນຂໍທານ ບໍ່ມີບ່ອນພັກພາອາໄສ ໄບ້ບ້າເສຍຈິດ ແລະ ຜູ້ເຖົ້າປ່ຽວພອຍ ທີ່ອາໄສຢູ່ສູນສົງເຄາະນະຄອນຫຼວງວຽງຈັນ.
# ຂ່າວ & ພາບ: ຂັນທະວີ