ບຣາເດີ ແນະນຳວິທີການເລືອກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້

    ບໍລິສັດ ບຣາເດີ ສົ່ງເສີມໃຫ້ຜູ້ບໍລິໂພກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້ ເພາະການໃຊ້ມຶກແທ້ ຈະເຮັດໃຫ້ວຽກພິມມີຄຸນນະພາບ ສິ່ງພິມທຸກຢ່າງມີຄວາມຄົມຊັດ ອ່ານງ່າຍ ສວຍງາມ ໝັ້ນໃຈໃນເຄື່ອງປຮິ້ນເຕີ້ ບໍ່ເປ່ເພ ປະກັນໄພບໍ່ຂາດກ່ອນກຳນົດ ປະຢັດເງິນ ເວລາ ແລະ ປອດໄພ ບໍ່ມີສານເຄມີອັນຕະລາຍ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ເພາະນໍ້າມຶກບຣາເດີ ມີມາດຕະຖານຮັບຮອງຄວາມປອດໄພກ່ຽວກັບ MSDS ໝັ້ນໃຈ ປອດໄພ ບໍ່ມີສານເຄມີອັນຕະລາຍ MSDS (Material Safety Data Sheet) ໝາຍເຖິງເອກະສານທີ່ສະແດງຂໍ້ມູນຂອງສານເຄມີທີ່ກ່ຽວຂ້ອງກັບຄວາມປອດໄພຂອງສານ

     ນອກນີ້ ຈະມີຜົນກະທົບຕາມມາຈາກການໃຊ້ນໍ້າມຶກ ແລະ ຜົງມຶກ (ໂທນເນີ) ທຽມ ຄື: ວຽກພິມມີຮອຍເປື້ອນຈາກມຶກທີ່ບໍ່ໄດ້ມາດຕະຖານ ເຈ້ຍບໍ່ລຽບ ແລະ ເຮັດໃຫ້ອຸດຕັນ ວຽກພິມຈືດຈາງ ເຮັດໃຫ້ຜະ ລິດຕະພັນເຄື່ອງພິມໄດ້ຮັບຄວາມເສຍຫາຍ ແລະ ເຮັດໃຫ້ການຮັບປະກັນເປັນໂມຄະ ບຣາເດີ ຈຶ່ງໄດ້ແນະ ນຳວີທີສັງເກດວ່າມຶກແທ້ ຄື: ການອຽງປ້າຍເຄື່ອງໝາຍເຂົ້າກັບແສງສະຫວ່າງ ເພື່ອເບິ່ງວ່າເປັນໂຮໂລແກຣມບຣາເດີຂອງແທ້ ໂດຍການອຽງໄປດ້ານຫຼັງ ອຽງໄປທາງຂວາ ແລະ ອຽງໄປທາງຊ້າຍ ຫຼື ສາມາດເບິ່ງຂໍ້ມູນເພິ່ມຕື່ມກ່ຽວກັບວັດຖຸການພິມແທ້ຈາກບຣາເດີ ໄດ້ທີ່ http://bit.ly/FBBTGNIMSDS.

error: Content is protected !!