ຄະນະຊາວໜຸ່ມ ນວ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ນາຍ ແລະ ພົນທະຫານ

    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949 ຫາ 20 ມັງກອນ 2021) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນວັນທີ 27 ມັງກອນ 2021 ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ພ້ອມດ້ວຍເລຂາຊາວໜຸ່ມເມືອງ ພະແນກການ ແລະ ໂຮງຮຽນເອກະລາດ ໄດ້ເຂົ້າອວຍພອນ ແລະ ຢ້ຽມຢາມນາຍ ແລະ ພົນທະຫານຢູ່ໃນນະຄອນຫຼວງວຽງຈັນ. 

    ໃນການຢ້ຽມຢາມຄັ້ງນີ້ ຄະນະຊາວໜຸ່ມກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ນາຍ ແລະ ພົນທະຫານ ໃນນະຄອນຫຼວງວຽງຈັນ ເຊິ່ງປະກອບມີ: ກອງຮ້ອຍຊາຍແດນ 241 ປາກຕອນ ເມືອງສັງທອງ ກອງຮ້ອຍຊາຍແດນ 244 ບ້ານພ້າວ ເມືອງປາກງື່ມ ແລະ ຄະນະຊາວໜຸ່ມຮາກຖານກອງບັນຊາການທະຫານນະຄອນຫຼວງວຽງຈັນ.

    ສໍາລັບເຄື່ອງທີ່ນໍາມາມອບ ປະກອບມີ: ຕູ້ແຊ່ນໍ້າເຢັນ 5 ໜ່ວຍ ພັດລົມ 10 ໜ່ວຍ ເສື້ອກັນໜາວ 100 ຜືນ ເຂົ້າສານ ໝີ່ສໍາ​ເລັດ​ຮູບ ປາກະປອງ ແຟັບ ກາເຟ ນໍ້າດື່ມ ແລະ ອື່ນໆ ລວມມູນຄ່າ 70 ລ້ານກວ່າກີບ ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ກຳລັງກອງທັບປະຊາຊົນລາວ ເຊິ່ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມີຕົ້ນກໍາເນີດຈາກກອງລາດຊະວົງໃນສະໄໝຕໍ່ສູ້ກູ້ຊາດແຕ່ລະໄລຍະ ພ້ອມທັງເປັນການປູກຈິດສໍານຶກໃຫ້ຖັນແຖວຊາວໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ເຖິງມູນເຊື້ອວິລະກໍາອັນພິລາດອາດຫານຂອງກອງທັບປະຊາຊົນລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອຕໍ່ສູ້ປົດປ່ອຍອອກຈາກພວກຈັກກະພັດດລ່າເມືອງຂຶ້ນຕ່າງໆ.

# ຂ່າວ & ພາບ : ວຽງມາ

error: Content is protected !!