ພິທີຍົກຍອດພະທາດຫຼວງ 8 ຫຼ່ຽມ ມິ່ງຂວັນເມືອງພວນ ໄດ້ຈັດຂຶ້ນວັນທີ 28 ມັງກອນ 2021 ທີ່ວັດບ້ານນາໄຊ ເມືອງຄູນ ແຂວງຊຽງຂວາງ ມີພະເຖລານຸເຖລະ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ທ່ານເຈົ້າແຂວງຊຽງແຂວງ ພ້ອມການນໍາແຂວງຊຽງຂວາງ ພັນລະຍາການນໍາ ນັກທຸລະກິດ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ມວນຊົນຈາກແຂວງຊຽງຂວາງ ກໍຄືເຈົ້າມູນລະສັດທາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ໃນພິທີ ທ່ານ ນາງ ສຸກສະດີ ສົມຟອງບຸດຕະຂັນ ຕາງໜ້າໃຫ້ຄະນະກໍາມະການປະຕິສັງຂອນກໍ່ສ້າງພະທາດຫຼວງ 8 ຫຼ່ຽມ ມິ່ງຂັວນເມືອງພວນ ຂຶ້ນລາຍງານການກໍ່ສ້າງໂດຍສັງເຂບວ່າ: ພະທາດຫຼວງ 8 ຫຼ່ຽມເມືອງພວນ ເປັນພະທາດເຈດີອົງໜຶ່ງທີ່ມີຄວາມສັກສິດ ທີ່ທຸກຄົນໃນຮຸ່ນກ່ອນໄດ້ມີການປົກປັກຮັກສາ ເຄົາລົບບູຊາ ສະເຫຼີມສະຫຼອງໃນເດືອນ 12 ເພັງຂອງທຸກໆປີ ພ້ອມກັນກັບບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງຮີດຄອງໃນການສະເຫຼີມສະຫຼອງ ປະຕິບັດຄືກັນກັບພະທາດຫຼວງວຽງຈັນ ເຊິ່ງປະກອບມີສະໜາມຫຼວງຢູ່ທາງໜ້າເຂົ້າມາຫາວັດ ແລະ ມີອາຍຸເກົ່າແກ່ເຖິງ 600 ກວ່າປີ ເຊິ່ງໄລຍະຜ່ານມາ ພາຍໃຕ້ການເຫັນດີຈາກອົງການຈັດຕັ້ງພຸດທະສາສະໜາ ແລະ ອໍານາດການປົກຄອງຢູ່ເມືອງຄູນ ຢູ່ແຂວງ ແລະ ເຈົ້າມູນລະສັດທາທັງຫຼາຍ ພວກເຮົາຈຶ່ງໄດ້ລິເລີ່ມວາງແຜນປະຕິສັງຂອນໃນຄັ້ງໜຶ່ງປີ 2008 ແຕ່ບໍ່ສໍາເລັດ ມາຮອດປີ 2019 ຈຶ່ງໄດ້ວາງແຜນສືບຕໍ່ປະຕິສັງຂອນເປັນຄັ້ງທີ 2 ຈຶ່ງມີຜົນສໍາເລັດ.
ການອອກສັດທາເບື້ອງຕົ້ນ ວາງແຜນປະຕິສັງຂອນ ຍາທ່ານ ກູ່ ເມດຕິໂກ 10 ລ້ານກີບ ປ້າ ຄໍາອ່ອນ ເພັດດາວເຮືອງ 10 ລ້ານກີບ ທ່ານ ຄໍາພູ+ນາງກິ່ງສະດາ ວັນນາຈັກ 20 ລ້ານກີບ ທ່ານ ຄໍາຍົວ + ນາງ ສຸກສະດີ ສົມຟອງບຸດຕະຂັນ 10 ລ້ານກີບ ລວມທຶນສົມທົບເບື້ອງຕົ້ນ 50 ລ້ານກີບ ວາງແຜນການກໍ່ສ້າງແຈ້ງຂ່າວຫາເຈົ້າມູນລະເຈົ້າສັດທາເຂົ້າຮ່ວມໃນວັນວາງສີລາລືກ (ວັນທີ 7 ເມສາ 2019) ໄດ້ມີສັດທາເຂົ້າຮ່ວມເປັນສັດທາຫຼັກຕື່ມ 37 ຄອບຄົວ ແລະ ສັດທາຮ່ວມ 39 ຄອບຄົວ ລວມມູນຄ່າ 448 ລ້ານກີບ ຈາກນັ້ນ ຈຶ່ງໄດ້ຂ່າວໄປຮອດຄອບຄົວທ່ານ ສູນທອນ + ນາງ ມະນີຈັນ ພົມມະຈັກ ຈຶ່ງໄດ້ມີສັດທາເຂົ້າມາ ເປັນສັດທາຫຼັກຜູ້ທີ່ໜຶ່ງ ເຮັດໃຫ້ໂຄງການປະຕິສັງຂອນໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ມາເຖິງປັດຈຸບັນສັດທາຮ່ວມອະນຸໂມທະນາປະກອບສ່ວນສັດທາຕື່ມຢູ່ນະຄອນຫຼວງວຽງຈັນ ຢູ່ຕ່າງແຂວງ ແລະ ຕ່າງປະເທດ ມາຮອດຕົ້ນເດືອນມັງກອນ 2021 ມີເຈົ້າສັດທາຮ່ວມທັງໝົດ 148 ສັດທາ ລວມເປັນເງິນ 1,9 ຕື້ກີບ ໃນນີ້ ໄດ້ນໍາໃຊ້ເຂົ້າໃນການກໍ່ສ້າງໄປແລ້ວ 1,47 ຕື້ກີບ ແລະ ຝາກໄວ້ຢູ່ທະນາຄານ 428 ລ້ານກີບ.
ນອກນີ້ ສັດທາພວກເຮົາໄດ້ປັ້ນຫຼໍ່ຍອດອົງພະທາດຫຼວງສູງ 2,80 ແມັດ ຖານຕີນຍອດກວ້າງ 68 ຊັງຕີແມັດ ນໍ້າໜັກ 368 ກິໂລກຣາມ ປະກອບດ້ວຍຄໍາ 33 ບາດ 3 ສະຫຼຶງ 8 ຫຸນ ເງິນໜັກ 99 ບາດ ເງິນກີບຫົວໜາມ 1 ກີບ ເງິນຮາວ 2 ຮາວ ເງິນບີ້ 2 ບີ້ ຂວານທອງຟ້າ 1 ດວງ ສ່ວນສັດທາສ້າງພະພຸດທະຮູບທອງ 12 ອົງ ຍັງຢູ່ໃນວັດນາກຸງມີ 6 ສັດທາຄື: ທ່ານ ສູນທອນ+ນາງມະນີຈັນ ສ້າງພະຄູນ 1 ອົງ ນໍ້າໜັກ 500 ກິໂລກຣາມ ຄອບຄົວປ້າຄໍາອອນ ເພັດດາວເຮືອງ 2 ອົງ ຄອບຄົວທ່ານ ຄໍາພູ + ນາງກິ່ງສະດາ 2 ອົງ ຄອບຄົວປ້ານາລີ ສີສຸລິດ 1 ອົງ ຄອບຄົວທ່ານ ຄໍາຍົວ+ນາງ ສຸກສະດີ ສົມຟອງບຸດຕະຂັນ 1 ອົງ ຄອບຄົວທ່ານ ຄໍາຊູ + ນາງ ຄໍາຟອງ ພູມວົງໄຊ 2 ອົງ ທ່ານສຸບັນ + ນາງ ສາຍເງິນ ບຸບຜາວັນດີ 1 ອົງ ເຊິ່ງພະພຸດທະຮູບເຫຼົ່ານີ້ ຈະເອົາມາປະດິດສະຖານໄວ້ 4 ແຈຫໍໄຫວ້ພະທາດຫຼວງ 3 ອົງໃຫຍ່ໄວ້ໃສ່ພັດທະສິມມາວັດພະທາດຫຼວງເມືອງພວນ.
# ຂ່າວ & ພາບ : ຂັນທະວີ