ກອງປະຊຸມວຽກງານສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ເພື່ອຍົກສູງຄຸນນະພາບການບໍລິການ ຈັດຂຶ້ນວັນທີ 28-29 ມັງກອນ 2021 ຢູ່ສູນການຮ່ວມມືສາກົນ ແລະ ເຝີກອົບຮົມ (ICTC) ໂດຍເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຮອງລັດຖະມົນຕີ ຜູ້ຕາງໜ້າຈາກພະແນກສາທາລະນະສຸກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຜ່ານມາ (2016-2020) ແລະ ເອກະພາບຕໍ່ບົດສະຫຼຸບວຽກງານສາທາລະນະສຸກປະຈໍາປີ 2020 ແລະ ການຈັດຕັ້ງຜັນຂະຫຍາຍແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປະຈໍາປີ 2021 ການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ II (2016-2020) ແລະ ການຈັດຕັ້ງຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III (2001-2025) ແລະ ໄດ້ຕີລາຄາການຄວບຄຸມ ແລະ ໂຕ້ຕອບກັບການລະບາດຂອງພະຍາດໂຄວິດ-19 ປີ 2020 ແລະ ປືກສາຫາລືແຜນດໍາເນີນງານໃນຕໍ່ໜ້າ ນອກນັ້ນ ຈະໄດ້ຮັບຟັງການໂອ້ລົມຈາກທ່ານ ນາຍົກລັດຖະມົນຕີ ໃນວັນທີ 29 ມັງກອນ 2021 ນີ້ຕື່ມອີກ.


# ຂ່າວ & ພາບ : ອຸເປຂາ