ຫຼາຍພາກສ່ວນສໍາເລັດຊຸດອົບຮົມທິດສະດີການເມືອງ-ການປົກຄອງ

    ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ຊັ້ນອະນຸປະລິນຍາ ຮຸ່ນທີ XV ຊັ້ນກາງ ຮຸ່ນ IX ແລະ ຊັ້ນຕົ້ນ: ພະແນກສຶກສາທິການ ແລະ ກີລາ ຊຸດທີ VIII ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຊຸດທີ VIII ແລະ ເມືອງປາກງື່ມ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2020 ທີ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອນຫຼວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສົມໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບັນດາພະນັກງານຄູ-ອາຈານ ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ຊຸດຮຽນທິດສະດີການເມືອງ-ການປົກຄອງຄັ້ງນີ້ ມີນັກສຶກສາອະນຸມັດເຂົ້າຮຽນທັງໝົດ 217 ທ່ານ ຍິງ 68 ທ່ານ ມີຜູ້ຮຽນຈົບຫຼັກສູດ ແລະ ມີເງື່ອນໄຂຮັບໄດ້ໃບປະກາສະນີຍະບັດ 213 ທ່ານ ຍິງ 68 ທ່ານ ໃນນີ້ ຊັ້ນຕົ້ນ ມີ 148 ທ່ານ ຍິງ 52 ທ່ານ ຊັ້ນກາງ 18 ທ່ານ ຍິງ 6 ທ່ານ ແລະ ຊັ້ນອະນຸປະລິນຍາ ມີ 47 ທ່ານ ຍິງ 10 ທ່ານ.

    ໃນພິທີ ໄດ້ມອບໃບປະກາສະນິຍະບັດໃຫ້ນັກສຶກສາ ໃຫ້ກຽດມອບຂອງທ່ານຮອງເຈົ້າຄອນນະຄອນຫຼວງວຽງຈັນ ແລະ ມອບໃບຍ້ອງຍໍໃຫ້ຄູ-ອາຈານ ສອນດີ ສອນເກັ່ງ ມອບໃບຍ້ອງຍໍໃຫ້ນັກສຶກສາຮຽນເກັ່ງ ປະເພດ I ປະເພດ II ແລະ ມອບໃບຍ້ອງໃຫ້ຫ້ອງຮຽນດີເດັ່ນ ແລະ ຫ້ອງຮຽນປະກອບສ່ວນພັດທະນາໂຮງຮຽນ ໃນຕອນທ້າຍ ທ່ານຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ພະນັກງານຄູ-ອາຈານ ແລະ ນັກສຶກສາໃນຊຸດຮຽນຄັ້ງນີ້ອີກດ້ວຍ.

# ຂ່າວ & ພາບ : ວຽງມາ

error: Content is protected !!