ພິທີເຊັນສັນຍາ ສ້າງຕັ້ງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ ລະຫວ່າງກົມຜະລິດກະສິກໍາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ສາງຈ່ຽງການລົງທຶນ ລາວ ຈໍາກັດຜູ້ດຽວ ວັນທີ 26 ມັງກອນ 2021 ທີ່ໂຮງແຮມໄປລີ ເຂດເສດຖະກິດພິເສດບຶງທາດຫຼວງ ໂດຍການລົງນາມຂອງທ່ານ ພັນໂທ ບຸນນໍາ ວົງນະດີ ຮອງຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ແລະ ທ່ານ ນາງ ຄອນສະຫວັນ ແສງວິໄລ ປະທານອໍານວຍການບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການສ້າງຕັ້ງບໍລິສັດຮ່ວມທຶນຄັ້ງນີ້ ເພື່ອສົ່ງເສີມເສດຖະກິດດ້ານກະສິກໍາ-ລ້ຽງສັດ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ສົ່ງເສີມການແປຮູບຜະລິດຕະພັນກະສິກໍາໃຫ້ເປັນຜະລິດຕະພັນແຫ່ງຊາດ ສະໜອງຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ສປ ຈີນ ເຊິ່ງຫຼັງຈາກສ້າງຕັ້ງບໍລິສັດສໍາເລັດແລ້ວ ຈະດໍາເນີນການຈັດຕັ້ງປະຕິບັດໂຄງການ ມີການວາງແຜນລົງທຶນທັງໝົດ 300.000.000 ໂດລາສະຫະລັດ 2.795,2 ຕື້ກີບ ໂດຍການລົງທຶນແບ່ງອອກເປັນ 3 ໄລຍະ ໃນນັ້ນມີການດໍາເນີນກິດຈະການຟາມລ້ຽງສັດ ຟາມທອມສັດ ສູນກັກກັນສັດ ສູນຄວບຄຸມປ້ອງກັນພະຍາດສັດ ໂຮງຂ້າສັດທັນສະໄໝ ຕະຫຼາດຊຶື້ຂາຍສັດໃຫຍ່ ແລະ ສູນພັດທະນາເຕັກນິກກະສິກໍາ-ລ້ຽງສັດ ພັດທະນາຂະແໜງກະສິກໍາປູກຝັງ ການປູກຝັງເພື່ອລ້ຽງສັດ ການແປຮູບຜະລິດຕະພັນກະສິກໍາ ແລະ ການຄ້າການສົ່ງອອກຜະລິດຕະພັນກະສິກໍາ ໂດຍສະເພາະ ການຮ່ວມມືສອງຝ່າຍແມ່ນເອົາໃຈໃສ່ໃນການຂໍໂກຕາການສົ່ງອອກງົວ ຜະລິດຕະພັນຈາກງົວທີ່ຜະລິດຈາກໂຄງການ ເພື່ອບັນລຸເປົ້າໝາຍສົ່ງອອກງົວຢືນໄປ ສປ ຈີນ 400.000 ໂຕຕໍ່ປີ ອາຍຸການຮ່ວມມືຂອງສອງຝ່າຍແມ່ນ 30 ປີ ໃນນີ້ ແມ່ນສາມາດສືບຕໍ່ເຊັນສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 30 ປີ.
# ຂ່າວ & ພາບ : ຂັນທະວີ