ໃນວັັນທີ 27 ມັງກອນ 2020 ທີ່ອົງການກວດສອບປະຈຳພາກກາງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນ ໄຫວວຽກງານກຳມະບານຮາກຖານ ອົງການກວດສອບປະຈຳພາກກາງ ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2021 ແລະ ມອບໃບຢັ້ງຢືນ 5 ເປັນເຈົ້າ ເປັນປະທານຂອງທ່ານ ໂພໄຊ ແກ້ວແກ່ນຈັນ ປະທານກຳມະບານຮາກຖານ ອົງການກວດສອບປະຈຳພາກກາງ ມີທ່ານ ຄຳມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ ແລະ ທ່ານ ສົມບູນ ລິດສະໄໝ ຮອງປະທານສະຫະພັນກຳມະບານນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານກຳມະບານຮາກຖານອົງການກວດສອບປະຈຳພາກກາງ ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2021 ເຊິ່ງໃນໄລຍະ 1 ປີຜ່ານມາ ສະມາຊິກກຳມະບານຮາກຖານອົງການກວດສອບປະຈຳພາກກາງ ໄດ້ຕັ້ງໜ້າປະຕິບັດວຽກງານວິຊາສະເພາະ ຕິດພັນກັບການຈັດຕັ້ງປະຕິບັດການຂໍ້ແຂ່ງຂັນ 5 ເປັນເຈົ້າ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ສົ່ງຜົນໃຫ້ຮາກຖານກຳມະບານດັ່ງກ່າວໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ ພ້ອມນັ້ນ ສະມາຊິກກຳມະບານທີ່ມີຜົນງານທີ່ເດັ່ນໃນການປະກອບສ່ວນວຽກງານກຳມະບານໃນໄລຍະຜ່ານມາ ກໍໄດ້ຮັບໃບຍ້ອງຍໍຈາກສູນກາງສະຫະພັນກຳມະບານລາວຈຳນວນ 31 ສະຫາຍ ແລະ ຂັ້ນສະຫະພັນກຳມະບານ ນວ ຈຳນວນ 11 ສະຫາຍ ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະຫະພັນກຳມະບານນະຄອນຫຼວງວຽງຈັນ ແລະ ຮັບຟັງການເຜີຍແຜ່ມະຕິ 108/ກມສພ ວ່າດ້ວຍແນວໂຮມ ແລະ ວຽກງານມະຫາຊົນໃນໄລຍະໃໝ່ຕື່ມອີກ.

# ຂ່າວ & ພາບ : ເພັດສະໝອນ