GFLL ມີຄວາມສຳຄັນຕໍ່ການພັດທະນາຕາມທິດສີຂຽວ-ຍືນຍົງ

     ກອງປະຊຸມເປີດໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (GFLL) ຈັດຂຶ້ນວັນທີ 27 ມັງກອນ 2021 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ນິໂຄລາ ພອນທະຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ 6 ແຂວງພາກເໜືອ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ທອງພັດ ວົງມະນີ  ກ່າວວ່າ: ໂຄງການນີ້ ເປັນການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍກາກບອນປ່າໄມ້ ຈາກການຫຼຸດຜ່ອນທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ຢູ່ 6 ແຂວງພາກເໜືອຂອງລາວ ເຊິ່ງເປັນໂຄງການທໍາອິດຂອງລັດຖະບານລາວ ທີ່ຈະມີການຂາຍສິນເຊື່ອກາກບອນປ່າໄມ້ ໃຫ້ກັບຄູ່ຮ່ວມສັນຍາ ກໍຄືທະນາຄານໂລກ ເຊິ່ງມີມູນຄ່າສູງເຖິງ 42 ລ້ານໂດລາສະຫະລັດ ຫຼືປະມານ 391,42 ຕື້ກີບ ໂດຍເງື່ອນໄຂສໍາຄັນຂອງການຊື້ກາກບອນປ່າໄມ້ຈາກໂຄງການນີ້ ແມ່ນ ໃຫ້ລັດຖະບານລາວລົງທຶນເອງລ່ວງໜ້າ ເຂົ້າໃນການດໍາເນີນບັນດາມາດຕະການ ແລະ ກິດຈະກໍາຕ່າງໆ ເພື່ອ ຫຼຸດຜ່ອນການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຄຽງຄູ່ກັບການສົ່ງເສີມຟື້ນຟູປ່າ ປັບປຸງຊີວິດການເປັນຢູ່ ແລະ ອະນຸຮັກສິ່ງແວດລ້ອມ ດັ່ງນັ້ນ ໂຄງການຈຶ່ງມີຄວາມສໍາຄັນຫຼາຍຕໍ່ການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ ເຊິ່ງໄດ້ມີການເຊັນສັນຍາຊື້-ຂາຍກາກບອນປ່າໄມ້ (ERPA) ໃນທ້າຍເດືອນທັນວາປີ 2020 ຜ່ານມາ ກັ ທະນາຄານໂລກ ໂດຍຕາງໜ້າລັດຖະບານລາວ ແມ່ນກະຊວງ ການເງິນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໃນສັນຍາດັ່ງກ່າວ ຝ່າຍທະນາຄານໂລກຈະຈ່າຍເງິນໃຫ້ ສປປ ລາວ ເພື່ອແລກປ່ຽນສິນເຊື່ອກາກບອນຂອງໂຄງການ 84 ລ້ານໂຕນອາຍກາກໂບນິກ ທຽບເທົ່າໃນລາຄາ 5 ໂດລາສະຫະລັດຕໍ່ໂຕນ ສ່ວນຝ່າຍ ສປປ ລາວ ແມ່ນຮັບປະກັນຜົນງານດ້ານການແກ້ໄຂສາເຫດຂອງການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມຢູ່ແຂວງຫົວພັນ ຫຼວງພະບາງ ອຸດົມໄຊ ຫຼວງນໍ້າທາ ບໍ່ແກ້ວ ແລະ ແຂວງໄຊຍະບູລີ ນອກນັ້ນ ຍັງຕ້ອງໄດ້ມີການດໍາເນີນຂະບວນການປະເມີນ ພິສູດ ແລະ ຢັ້ງຢືນສິນເຊື່ອກາກບອນຈໍານວນດັ່ງກ່າວ ກ່ອນສະເໜີຂາຍໃຫ້ທະນາຄານໂລກ ໂດຍມີຂອບໄລຍະເວລາຂອງສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການແຕ່ປີ 2020-2025.

      ເຫດຜົນຕົ້ນຕໍທີ່ເລືອກພື້ນທີ່ໂຄງການ ຢູ່ 6 ແຂວງພາກເໜືອນີ້ ແມ່ນຍ້ອນວ່າ ພື້ນທີ່ດັ່ງກ່າວ ກວມເອົາໜຶ່ງສ່ວນສາມຂອງເນື້ອທີ່ທົ່ວປະເທດ ແລະ ໃນປີ 2005-2015 ອັດຕາການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມແມ່ນຢູ່ໃນລະດັບສູງ ເຊິ່ງຄິດເປັນປະມານ 40% ຂອງອັດການສູນເສຍປ່າໄມ້ທັງໝົດທົ່ວປະເທດ.     

     ສປປ ລາວ ເປັນປະເທດທີ 3 ໃນເຂດອາຊີ ຖັດຈາກອິນໂດເນເຊຍ ແລະ ຫວຽດນາມ ແລະ ເປັນປະເທດທີ 9 ໃນໂລກ ທີ່ໄດ້ເຊັນສັນຍາ ERPA ຮ່ວມກັບທະນາຄານໂລກ (ກອງທຶນຄູ່ຮ່ວມກາກບອນປ່າໄມ້). ມູນຄ່າທັງໝົດຂອງສັນຍາ ທີ່ທະນາຄານໂລກໄດ້ລົງນາມກັບປະເທດຕ່າງໆໃນໂລກ ລວມມີ ສປປ ລາວ ຊີລີ ຄັອສຕາຣີກາ ໄອວໍຣີ່ຄົດ ສປ ຄອງໂກ ການາ ແລະ ໂມຊໍາບິກ ມີມູນຄ່າປະມານ 500 ລ້ານໂດລາສາຫະລັດ ຄາດວ່າປະເທດທີ່ຍັງບໍ່ທັນໄດ້ເຊັນສັນຍາ ຈະມີການເຊັນສັນຍາຊື້-ຂາຍສິນເຊື່ອກາກບອນປ່າໄມ້ໃນຕົ້ນປີ 2021 ນີ້. 

# ຂ່າວ & ພາບ : ລັດເວລາ

error: Content is protected !!