ສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການຈັດຕັ້ງມະຫາຊົນ ຈັດກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ (1.2.1956-1.2.2021) ໃນວັນທີ 27 ມັງກອນ 2021 ທີ່ຫ້ອງວ່າການປົກຄອງ ນວ ມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພະນັກງານແພດໝໍເຂົ້າຮ່ວມ.
ທ່ານ ສົມໄຊ ພະນິດ ຫົວໜ້າຂະແໜງຂະບວນການແຂ່ງຂັນ ແລະ ຍ້ອງຍໍ ສະຫະພັນກຳມະບານ ນວ ກ່າວວ່າ ເພື່ອເປັນສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນສ້າງຕັ້ງກຳມະບານລາວຄົບຮອບ 65 ປີ ໃຫ້ເປັນຂະບວນຟົດຟື້ນ ເຊິ່ງສະຫະພັນກຳມະບານ ນວ ໄດ້ສ້າງຫຼາຍກິດຈະກຳ ເປັນຕົ້ນກິດຈະກຳບໍລິຈາກເລືອດ ແຂ່ງຂັນກີລາຕ່າງໆ ການບໍລິຈາກເລືອດຄັ້ງນີ້ ແມ່ນໄດ້ລະດົມສະມາຊິກກຳມະບານຜູ້ທີ່ມີເງື່ອນທີ່ສາມາດບໍລິຈາກໄດ້ ຢູ່ບັນດາກຳມະບານຮາກຖານ ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ນວ.

ໂອກາດນີ້ ທ່ານ ຈັນທະລາ ສຸກສາຄອນກໍໄດ້ກ່າວວ່າ ການບໍລິກຈາກເລືອດມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ຍ້ອນວ່າ ເລືອດບໍ່ສາມາດທີ່ຈະເອົາມາຈາກສິ່ງອື່ນໄດ້ ນອກຈາກເລືອດຂອງມະນຸດເທົ່ານັ້ນ ສະນັ້ນ ໃນເວລາຄົນເຈັບທີ່ຕ້ອງການເລືອດ ຈຶ່ງມີຄວາມຈຳເປັນທີ່ຈະຮຽກຮ້ອງໃຫ້ມະນຸດດ້ວຍກັນຕ້ອງໄດ້ບໍລິຈາກ ສຳລັບເງື່ອນໄຂຂອງການບໍລິຈາກ ແມ່ນຜູ້ທີ່ມີອາຍຸ 17 ປີຂຶ້ນໄປ ນໍ້າໜັກ 45 ກິໂລຂຶ້ນໄປ ມີສຸຂະພາບແຂງແຮງ ແລະ ຜ່ານການກວດກາຈາກເຈົ້າໜ້າທີ່ແພດໝໍກ່ອນ ສຳລັບແມ່ຍິງ ແມ່ນບໍລິຈາກເລືອດໄດ້ 4 ເດືອນຕໍ່ຄັ້ງ ຜູ້ຊາຍ 3 ເດືອນຕໍ່ຄັ້ງ ປັດຈຸບັນ ຄວາມຕ້ອງການເລືອດຂອງຄົນເຈັບນັບມື້ສູງຂຶ້ນ ຍ້ອນວ່າ ສະພາບເກີດອຸບັດເຫດຕາມທ້ອງຖະໜົນ ການເຈັບເປັນຕ່າງໆທີ່ຕ້ອງການເລືອດເພີ່ມຂຶ້ນ ຢູ່ສູນເລືອດແຫ່ງຊາດ ສະເພາະຢູ່ ນວ ມີຄວາມຕ້ອງການເລືອດບໍຕໍ່າກວ່າ 100-150 ຖົງຕໍ່ມື້ ສະນັ້ນ ຮຽກຮ້ອງມາຍັງຜູ້ສຸຂະພາບແຂງແຮງ ຕາມເງື່ອນໄຂໃນການບໍລິຈາກ ຈົ່ງພ້ອມກັນມາປະກອບສ່ວນໃນການບໍລິຈາກເລືອດ ເຊິ່ງການບໍລິຈາກເລືອດບໍ່ໄດ້ເປັນອັນຕະລາຍໃດໆຕໍ່ຜູ້ບໍລິຈາກ ເນື່ອງຈາກວ່າການບໍລິຈາກເລືອດເປັນພຽງເສດສ່ວນໜຶ່ງຂອງຮ່າງກາຍເທົ່ານັ້ນ ເປັນອັນໜຶ່ງທີ່ສຳຮອງໄວ້ໃນຮ່າງກາຍ ຖ້າບໍ່ບໍລິຈາກ ກໍສູນເສຍໄປຕາມຂະບວນການດັດສົມຂອງຮ່າງກາຍ ປັດຈຸບັນ ເລືອດຍັງບໍພຽງພໍຕາມຄວາມຕ້ອງການຂອງຄົນເຈັບ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ