ພິທີມອບ-ຮັບສື່ສິ່ງພິມ ແລະ ພາຫະນະໃຫ້ແກ່ກົມການສຶກສານອກໂຮງຮຽນ (ກສນ) ກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນວັນທີ 26 ມັງກອນ 2021 ທີ່ຫ້ອງການ DVV Internationl ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມໃນພິທີ ມີທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ເຢັນ ລຸດເກີນແຮັມ (Jens Lutkenherm) ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

ເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ ມີປື້ມບັນທຶກຈຳນວນ 2.000 ຫົວ ປະຕິທິນ 1.300 ຊຸດ ແລະ ຈົດໝາຍຂ່າວ(ການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດໃນອາຊີຕາເວັນອອກສ່ຽງໃຕ້ຈຳນວນ 400 ສະບັບ ແລະ ລົດໂຄງການ 1 ຄັນ ລົງນາມໃນບົດບັນທຶກມອບ-ຮັບ ລະຫວ່າງທ່ານ ໂຢຮັນ ແຮລ ມັນ (Johan Heilman) ຜູ້ອຳນວຍການປະຈຳພາກພື້ນ ຫ້ອງການ DVV Internationl ແລະ ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ.

# ຂ່າວ & ພາບ : ຊິລິການດາ