ຍ້ອງຍໍບັນດາກະຊວງ ແລະ ອົງການ ດີເດັ່ນໃນການປະກອບສ່ວນບໍລິຈາກເລືອດ

    ກອງປະຊຸມການປຸກລະດົມຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຄ່າຕອບແທນ ປະຈຳປີ 2020 ແລະ ທີດທາງແຜນການແບບມີສ່ວນຮ່ວມ 2021 ຂອງບັນດາກະຊວງ ແລະ ອົງການຈັດຕັ້ງ ຂຶ້ນວັນທີ 25 ມັງກອນ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ໂດຍມີທ່ານ ສິງ ເມໂນລາດ ຮອງປະທານອົງການກາ ແດງລາວ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ຫົວໜ້າຫ້ອງການຈາກກະຊວງ ຜູ້ປະສານງານ ວຽກງານເລືອດ ຈາກກະຊວງ ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ປີຜ່ານມາ ໄດ້ຈັດກິດຈະກຳຮ່ວມກັບບັນດາກະຊວງ ແລະ ອົງການ ທັງໝົດ 16 ຄັ້ງ ມີຜູ້ເຂົ້າຮ່ວມ 2.055 ຄົນ ແລະ ມີຜູ້ສາມາດໃຫ້ການປະກອບສ່ວນບໍລິຈາກເລືອດໄດ້ທັງໝົດ 1.372 ຄົນ ສ່ວນແຜນ 2021 ຄາດວ່າຈະອອກຮັບບໍລິຈາກເລືອດຮ່ວມກັບບັນດາກະຊວງ ແລະ ອົງການໃຫ້ໄດ້ 54 ຄັ້ງ ເປົ້າໝາບຜູ້ເຂົ້າຮ່ວມ 2.650 ຄົນ ແລະ ໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດ 1.550 ຄົນ ພ້ອມທັງຈະຈັດການຮັບບໍລິຈາກເລືອດ ເນື່ອງໃນໂອກາດວັນສຳຄັນຕ່າງໆໃຫ້ໄດ້ 1-2 ຄັ້ງ ແລະ ຈະຈັດເຝິກອົບຮົມກັບຜູ້ປະສານງານຢູ່ບັນດາກະຊວງ ແລະ ອົງການໃຫ້ໄດ້ 1 ຄັ້ງ ແລະ ໄດ້ຮັບໃບຍ້ອງຍໍໃຫ້ກັບບັນດາກະຊວງ ແລະ ອົງການທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນບໍລິຈາກເລືອດໃນປີຜ່ານມາ ໄດ້ຮັບຍ້ອງຍໍຈາກຄະນະກຳມະການເລືອດແຫ່ງຊາດ ຈຳນວນ 11 ພາກສ່ວນ ຍ້ອງຍໍຈາກອົງການກາແດງ 11 ພາກສ່ວນ ແລະ ຍ້ອງຍໍຈາກສູນເລືອດແຫ່ງຊາດ  9 ພາກສ່ວນ.

# ຂ່າວ & ພາບ : ບຸນມີ

error: Content is protected !!