ສ້າງຄວາມເຂົ້າໃຈໃຫ້ປະຊາຊົນປົກປັກຮັກສາປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ

    ວັນທີ 26 ມັງກອນ 2021 ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ລະບຽບການກ່ຽວກັບການຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນບ້ານເປົ້າໝາຍຂຶ້ນທີ່ວັດບ້ານຫ້ວຍຫອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອິນປອງ ທຸມມາ ຮອງເລຂາພັກເມືອງສີໂຄດຕະບອງ ທ່ານ ສົມເຫວີຍ ທໍາມະໂຄດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ບັນດາກອງບັນຊາການ ປກຊ ປກສ ຫ້ອງການອ້ອມຂ້າງເມືອງ ພະນັກງານຮາກຖານ ເລຂາພັກບ້ານ ນາຍບ້ານ ບໍລິສັດ ໂຮງຈັກໂຮງງານ ຕະຫຼອດຮອດປະຊາຊົນ 10 ບ້ານເຂົ້າຮ່ວມ.

    ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອເຮັດໃຫ້ການຄຸ້ມຄອງປົກປັກຮັກສາປ່າໄມ້ ສັດນໍ້າ-ສັດປ່າ ມີຄວາມຍືນຍົງ ແລະ ເປັນການປ້ອງກັນບໍ່ໃຫ້ເກີດມີໄພພິບັດ (ໄຟໄໝ້ລາມປ່າ) ອັນກໍ່ໃຫ້ເກີດມີໝອກຄ້ວນທີ່ເປັນມົນລະພິດສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ສັດ ແລະ ຊີວະນາໆພັນ.

# ຂ່າວ & ພາບ : ວຽງມາ

error: Content is protected !!