ນໍາສະເໜີການບໍລິການໃໝ່ຂອງ LOCA

    ບໍລິສັດ ໂລກ້າ (LOCA) ຈໍາກັດ ໄດ້ນໍາສະເໜີບໍລິການໃໝ່ຂອງໂລກ້າຄິວ ວັນທີ 26 ມັງກອນ 2021 ທີ່ໂຊລູມລົດ ບໍລິສັດ ພຣາຍ ອໍໂຕ ລາວ ຈໍາກັດຜູ້ດຽວ ຖະໜົນດົງໂດກ-ໜອງບຶກ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສຸລິໂຍ ວົງດາລາ ຜູ້ອໍານວຍການບໍລິສັດ ໂລກ້າ ຈໍາກັດ ມີບັນດາຄູ່ຮ່ວມທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ສຸລິໂຍ ວົງດາລາ ໃຫ້ຮູ້ວ່າ: ບໍລິສັດ ໂລກ້າ ຈໍາກັດ ໄດ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງເລີ່ມແຕ່ປີ 2018 ເປັນຕົ້ນມາ ແລະ ເຫັນວ່າເປັນທີ່ນິຍົມຈາກຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ ເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາຍຂຶ້ນ ໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນຕົວເມືອງ ນະຄອນຫຼວງວຽງຈັນ ບໍລິສັດຈຶ່ງໄດ້ຮ່ວມມືກັບບໍລິສັດ ພຣາຍອໍໂຕລາວ ຈໍາກັດ ແລະ ພົງສະຫວັນ ປະກັນໄພ ເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ ພ້ອມນັ້ນ ຍັງໄດ້ເນັ້ນຄວາມປອດໄພໃຫ້ແກ່ຜູ້ໂດຍ ສານທຸກຄົນທີ່ໃຊ້ບໍລິການໂດຍສານທຸກຖ້ຽວຂອງໂລກ້າ ຈະໄດ້ຮັບການຄຸ້ມຄອງຈາກພົງສະຫວັນ ປະກັນໄພສູງສຸດ 500.000.000 ກີບ ນອກນັ້ນ ການຄິດໄລ່ລາຄາຜູ້ໂດຍສານ ສາມາດກວດສອບໄດ້ທຸກຖ້ຽວ ມີປະຫວັດຂອງຄົນຂັບ ແລະ ເດີນທາງໄປພ້ອມກັນຫຼາຍຄົນ ສາມາດຫານຄ່າບໍລິການກັນໄດ້ ເພາະລາຄາແມ່ນຄິດໄລ່ 1 ກິໂລແມັດຕໍ່ 7.000 ກີບ.

    ສໍາລັບການບໍລິການ ໂລກ້າຄິວ (LOCA QUTE) ເປັນບໍລິການແບບໃໝ່ທີ່ນໍາໃຊ້ລົດຂະໜາດນ້ອຍນໍາເຂົ້າຈາກປະເທດອິນເດຍ ເຊິ່ງເປັນທາງເລືອກໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງທີ່ຮີບດ່ວນ ເນື່ອງຈາກວ່າຕົວລົດມີຂະໜາດນ້ອຍກວ່າລົດທົ່ວໄປ ຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຢ່າງຄ່ອງແຄ້ວ ແລະ ມີຄ່າບໍລິການທີ່ປະຢັດກວ່າ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!