ກຽມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ

      ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 26 ມັງກອນ 2021 ຢູ່ສູນກາງສະຫະພັນກຳມະບານລາວວ່າ:   ວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ) ແມ່ນວັນໜຶ່ງທີ່ມີຄວາມໝາຍສໍາຄັນສໍາລັບສະມາຊິກກໍາມະບານ ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ທີ່ຈະໄດ້ໝູນວຽນມາຄົບຮອບ 65 ປີໃນມໍ່ໆນີ້  ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນດັ່ງກ່າວມີຄວາມໝາຍ  ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ ທັງເປັນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ເຫັນໄດ້ມູນເຊື້ອທາດແທ້ ແລະ ປະຫວັດຄວາມເປັນມາຂອງອົງການຈັດຕັ້ງກຳມະບານລາວ ຕິດພັນກັບຜົນງານການເຄື່ອນໄຫວໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ລະໄລຍະ ໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ.

        ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວໃນປີ 2021 ນີ້ ໂດຍໄດ້ຮັບການອະນຸມັດຈາກກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ສູນກາງສະຫະພັນກຳມະບານລາວຈະໄດ້ຈັດຕັ້ງການສະເຫຼີມສະຫຼອງຕາມເງື່ອນໄຂ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ ເພື່ອແນໃສ່ການໂຄສະນາສຶກສາອົບຮົມ ປູກຈິດສໍານຶກ ແລະ ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວໄລຍະ 65 ປີ ຜ່ານມາ ເພື່ອເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງສະມາຊິກກໍາມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານ ທີ່ມີຜົນງານໃນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົດປ່ອຍປະເທດຊາດ ເພື່ອປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ສະມາຊິກກຳມະບານໃຫ້ມີຄວາມບຸກບືນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂງຂັນ ຮັກຊາດ ແລະ ພັດທະນາ ການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ຂະບວນການຜະລິດ ເພື່ອສ້າງທັດສະນະໃນຂະບວນການອອກແຮງງານທີ່ມີລະບຽບວິໄນໃຫ້ກ້ວາງຂວາງ ແລະ ຟົດຟື້ນ.

    ພ້ອມນີ້ ສູນກາງສະຫະພັນກໍາມະບານລາວ ຍັງໄດ້ແຈ້ງການເຖິງສະຫະພັນກໍາມະບານກະຊວງ ອົງການ  ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ໃຫ້ຈັດຕັ້ງການເຜີຍແຜ່ປາຖະກະຖາມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອໃຫ້ສະຫະພັນກຳມະບານ ກຳມະບານຮາກຖານແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໂດຍມອບໃຫ້ຄະນະປະທານສະຫະພັນກຳມະບານແຕ່ລະຂັ້ນ ຊີ້ນຳ-ນໍາພາຈັດຕັ້ງເຜີຍແຜ່ໂຄສະນາຜ່ານສື່ຕ່າງໆ ແລະ ຖ້າມີເງື່ອນໄຂ ກໍໃຫ້ຈັດຕັ້ງເປັນຂະບວນການ ເຊັ່ນ: ຈັດກອງປະຊຸມສຳມະນາວິທະຍາສາດ ຈັດກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບວຽກງານກຳມະບານ  ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ  ຈັດຂະບວນການແຂ່ງຂັນກີລາມວນຊົນ  ແຂ່ງຂັນສິລະປະວັນນະຄະດີ  ສະແດງລະຄອນສັ້ນ ທີ່ມີເນື້ອໃນກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ   ສະເພາະຢູ່ສູນກາງສະຫະພັນກຳມະບານ ຈະມີການໂຮມຊຸມນຸມມິດຕິງ ຈັດກອງປະຊຸມວິທະຍາສາດ ສົນທະນາແລກປ່ຽນບົດຮຽນ ການພັດທະນາວຽກງານກໍາມະບານໃນໄລຍະໃໝ່ຢູ່ຫໍປະຊຸມແຫ່ງຊາດ ໃນວັນທີ 1 ກຸມພາ 2021  ແລະ ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ ຈະໄດ້ສົມທົບກັບສະຫະພັນກໍາມະບານ ນວ ແລະ ສູນເລືອດແຫ່ງຊາດ  ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນ 9 ຕົວເມືອງຂອງ ນວ ເຊິ່ງໄດ້ເລີ່ມແຕ່ວັນທີ 19 ມັງກອນ 2001 ເປັນຕົ້ນມາ ສຳລັບຢູ່ສໍານັກງານສູນກາງສະຫະພັນກໍາມະບານລາວ ກິດຈະກຳບໍລິຈາກເລືອກຈະຈັດຂຶ້ນວັນທີ 28 ມັງກອນ 2021 ພ້ອມນັ້ນ ຍັງຈະສ້າງຂະບວນການແຂ່ງຂັນກີລາ ສິລະປະວັນນະຄະດີ ອອກແຮງງານອະນາໄມລວມ ແລະ ອື່ນໆ.

   ໂອກາດນີ້ ຮຽກຮ້ອງມາຍັງບັນດາທ່ານຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານທຸກຖ້ວນໜ້າ ຈົ່ງໄດ້ຕັ້ງໜ້າ ແລະ ສາມັກຄີກັນເຂົ້າຮ່ວມຂະບວນການດັ່ງກ່າວ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວໃນຄັ້ງນີ້ມີເນື້ອໃນຄວາມໝາຍຄວາມສໍາຄັນ  ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ເພື່ອເປັນການຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VII ກຽມພ້ອມເພື່ອກ້າວໄປສູ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດ I ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

# ຂ່າວ & ພາບ : ລັດເວລາ

error: Content is protected !!