ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ມອບອຸປະກອນຊ່ວຍເຫຼືອແກ່ ຕມ ສປປ ລາວ

    ທ້າຍອາທິດຜ່ານມານີ້ ທີ່ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ສະໜາມບິນສາກົນວັດໄຕ ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ໄດ້ນຳເຄື່ອງມາມອບໃຫ້ ຕມ ສະໜາມບິນວັດໄຕ ກ່າວມອບໂດຍທ່ານນາງ ຊາຣີນ ທູລັດດາລ ຫົວໜ້າຫ້ອງການ ອົງການ IOM ປະຈຳ ສປປ ລາວ ກ່າວຮັບໂດຍທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືຶອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ມີຄອມພິວເຕີແລັບທອບ 5 ໜ່ວຍ ເຄື່ອງສາຍ Projector 1 ໜ່ວຍ ກ້ອງຖ່າຍຮູບ 2 ໜ່ວຍ ແລະ ເຄື່ອງພິມ 4 ໜ່ວຍ  ນອກຈາກນີ້ ກໍຍັງມີການກວດກາສິ່ງອຳນວຍຄວາມສະດວກຕ່າງໆທີ່ຕິດຕັ້ງໃຫ້ແລ້ວນັ້ນຢູ່ 3 ດ່ານສາກົນ ໂດຍສະເພາະຢູ່ສະໜາມບິນສາກົນວັດໄຕ ໄດ້ມີການຕິດຕັ້ງຈຸດລ້າງມື 12 ຈຸດ ການຕິດຕັ້ງແກ້ວເພື່ອປ້ອງກັນເຊື້ອພະຍາດໃຫ້ເຄົາເຕີຂອງພະນັກງານ ຕມ 30 ຈຸດ ເຊື່ອມສາຍແລນພາຍໃນສະໜາມບິນສາກົນວັດໄຕເພື່ອເຊື່ອມຂໍ້ມູນ ແລະ ລະບົບຄວາມປອດໄພ ຕິດຕັ້ງຈໍໂທລະພາບເພື່ອສະແດງຂໍ້ມູນກ່ຽວກັບໂຄວິດ-19 ຈຳນວນ 12 ຈຸດ ທັງນີ້ກໍເພື່ອເສີມຂະຫຍາຍຄວາມພ້ອມໃນການປະຕິບັດງານ ແລະ ຄວາມອາດສາມາດໃນການຮັບມືກັບພະຍາດໂຄວິດ-19.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!