ການ​ຈຳແນກ​ເຜົ່າ​ຊົນ ແລະ ການ​ຂ້າ​ລ້າງ​ເຜົ່າ​ພັນລ້ວນ​ແຕ່​ເປັນ​ການ​ກະທຳ​ຜິດ

     ລັດ​ແຫ່ງ ​ສປປ ລາວ ແມ່ນ​ລັດ​ປະຊາທິປະໄຕ ປະຊາຊົນ. ອຳນາດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ ໂດຍ​ປະຊາຊົນ ແລະ ເພື່ອ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ ຊຶ່ງ​ປະກອບ​ດ້ວຍ​ບັນດາ​ຊັ້ນ​ຄົນ​ຢູ່​ໃນ​ສັງຄົມ ໂດຍ​ແມ່ນ​ກຳມະກອນ ກະສິກອນ ແລະ ນັກຮຽນ​ຮູ້​ປັນຍາ​ຊົນ​ເປັນ​ຫຼັກ​ແຫຼ່ງ.

     ສິດ​ເປັນ​ເຈົ້າ​ຂອງ​ປະເທດ​ຊາດ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ຮັບ​ການ​ປະຕິບັດ ແລະ ຮັບປະກັນ​ດ້ວຍ​ການເຄື່ອນໄຫວ​ຂອງ​ລະບົບ​ການເມືອງ ຊຶ່ງ​ມີ​ພັກ​ປະຊາຊົນ ປະຕິວັດ​ລາວ ເປັນ​ແກນ​ນຳ.

     ສະນັ້ນ ທຸກ​ການເຄື່ອນໄຫວ​ໃດ​ກໍ​ຕາມ​ຂອງ​ບຸກຄົນ ຫຼື ກຸ່ມ​ຄົນ​ບໍ່​ດີ​ເພື່ອ​ຫວັງ​ມ້າງເພ​ທຳລາຍ​ຄວາມ​ສະຫງົບ​ຂອງ​ຊາດ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ ການ​ໂຄສະນາ​ບິດ​ເບືອນ​ເພື່ອ​ຫວັງ​ແບ່ງ​ຄວາມ​ສາມັກຄີ​ພາຍ​ໃນ​ຊາດ ການ​ຈຳແນກ​ລະຫວ່າງ​ເຜົ່າ​ຊົນ ການ​ຂ້າ​ລ້າງ​ເຜົ່າ​ພັນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຕາມ​ປະມວນ​ກົດໝາຍ​ອາຍາ​ໄດ້​ກຳນົດ​ໄວ້.

      ໃນ​ມາດຕາ 227 ໄດ້​ກ່າວ​ເຖິງ​ການ​ຈຳແນກ​ເຜົ່າ​ຊົນ ເນື້ອ​ໃນ​ມາດຕາ​ນີ້​ໄດ້​ລະບຸ​ວ່າ: ບຸກຄົນ​ໃດ ຫາກ​ໄດ້​ຈຳແນກ ແບ່ງ​ແຍກ ກີດ​ກັ້ນ ຈຳກັດ​ການ​ເຂົ້າ​ຮ່ວມ ຫຼື ເລືອກ​ປະຕິບັດ​ຕໍ່​ບຸກຄົນ​ອື່ນ ເນື່ອງ​ຈາກ​ເຫດຜົນ​ທາງ​ດ້ານ​ເຜົ່າ​ຊົນ ຈະ​ຖືກ​ຕຳ​ນິ​ວິຈານ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ​ສະລະ​ພາບ ຫຼື ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ 1 ປີ ຫາ 3 ປີ ແລະ ຈະ​ຖືກ​​ປັບ​ໃໝ​ແຕ່ 3.000.000 ກີບ ຫາ10.000.000 ກີບ.

     ນອກຈາກ​ມາດຕາ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນີ້​ແລ້ວ ມາດຕາ 210 ໄດ້​ກຳນົດ​ກ່ຽວ​ກັບ​ການ​ດັບ​ສູນ​ເຊື້ອ​ຊາດ​ໄວ້​ດັ່ງນີ້ ບຸກຄົນ​ໃດ​ຫາກ​ໄດ້ ຂ້າ ລ້າງຜານ​ສະມາຊິກ​ຈຳນວນ​ຫຼານ​ຊອງ​ຊົນ​ຊາດ ເຜົ່າ. ເຊື້ອ​ຊາດ ຫຼື ສາສະໜາ​ໃດ​ໜຶ່ງ ທັງ​ໝົດ ຫຼື ບາງ​ສ່ວນ ຫຼື ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ທາງ​ຮ່າງກາຍ ແລະ ຈິດໃຈ ຂອງ​ສະມາຊິກ​ຈຳນວນ​ຫຼາຍ​ຂອງ​ກູ່ມ ຫຼື ໄດ້​ນຳ​ໃຊ້​ມາດ​ຕະການ​ບໍ່​ໃຫ້​ມີ​ການ​​ກ​ເນີດ​ເດັກ ພາຍ​ໃນ​ກຸ່ມ ເພື່ອ​ຈຸດປະສົງ​ດັບ​ສູນ​ເຊື້ອ​ຊາດ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ 10 ປີ​ຫາ 20 ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 1.000.000.000 100.000.000.000 ຫຼື  ປະຫານ​ຊີວິດ.

     ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ ຄວາມ​ພະຍາຍາມ​ກໍ່​ການ​ກະທຳ​ຜິດ ກໍ​ຈະ​ຖືກ​ລົງໂທດ.

     ນອກຈາກ​ນີ້ ບໍ່​ວ່າການ​ກະທຳ​ໃດໆ​ທີ່​ເປັນ​ການ​ແຕະຕ້ອງ​ເຖິງ​ສິດ​ເສລີພາບ​ຂອງ​ພົນລະເມືອງ ແລະ ເປັນ​ການ​ກະທຳ​ຜິດ​ທາງ​ອາຍາ​ກໍ​ລ້ວນ​ແຕ່​ຈະ​ຕ້ອງ​ໄດ້​ຮັບ​ຜີດ​ຊອບ​ຕໍ່​ການ​ກະທຳ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະໂຫຍດ​ລວມ​ຂອງ​ຊາດ ຂອງ​ລັດ ຂອງ​ລວມ​ໝູ່ ແລະ ຂອງ​ບຸກຄົນ ຈະ​ຕ້ອງ​ນຳ​ເອົາ​ບຸກຄົນ ກຸ່ມ​ຄົນ​ດັ່ງກ່າວ​ມາ​ຮັບ​ໂທດ​ຕາມ​ກົດໝາຍ​ຢ່າງ​ແນ່ນອນ.

error: Content is protected !!