ຮ່ວມເປັນເຈົ້າສັດທາ ທໍາບຸນຍົກຍອດຄໍາພະທາດຫຼວງ 8 ຫຼ່ຽມ ມິ່ງຂັວນເມືອງພວນ ແຂວງຊຽງຂວາງ

    ວຸດທິທໍາທັງຫຼາຍພາຍໃນ ໝາຍມີເຈົ້າຄະນະ ອພສ ແຂວງຊຽງຂວາງ ເຈົ້າຄະນະ ອພສ ເມືອງຄູນ ຍາທ່ານ ກູ່ເມດ ຕິໂກ ເຈົ້າອະທິການວັດບ້ານນາກຸງ ເມື່ອງປາກງື່ມ ເຈົ້າອະທິການວັດຫຼາດຫຼວງນາໄຊ ເມືອງຄູນ ເຈົ້າອະທິການວັດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາຍນອກມີ ທ່ານເຈົ້າແຂວງຊຽງຂວາງ ເຈົ້າເມືອງຄູນ ຄະນະຮັບຜິດຊອບການປະຕິສັງຂອນ ເຈົ້າພາບເຈົ້າສັດທາຫຼັກໃນການປະກອບທຶນ ລະດົມທຶນນໍາພາປະຕິສັງຂອນກໍ່ສ້າງພະທາດຫຼວງ 8 ຫຼ່ຽມ ມິ່ງຂັວນເມືອງພວນ ການຈັດຕັ້ງ ແລະ ຊາວບ້ານນາໄຊ ຕະຫຼອດຮອດພຸດທະສາສະນິກະຊົນຜູ້ມີຄວາມເຫຼື້ອມໃສສັດທາທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ຮ່ວມເປັນເຈົ້າສັດທາໃນງານບຸນປັ້ນຫຼໍ່ ແລະ ຍົກຍອດທອງຄໍາປະດິດສະຖານຍອດພະທາດຫຼວງ 8 ຫຼ່ຽມ ມິ່ງຂວັນເມືອງພວນ ເຊິ່ງຈະໄດ້ຈັດຂຶ້ນໃນວາລະດັ່ງນີ້. 

    ວັນທີ 14-16 ມັງກອນ 2021 ຮັບໂມທະນາທານທີ່ວັດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເປັນປະທານງານບຸນຂອງຍາທ່ານ ກູ່ ເມດຕິໂກ ເຊິ່ງພາຍໃນງານບຸນ ໄດ້ມີພິທີໃສ່ບາດແດ່ພະສົງ 45 ບາດ ມີພິທີສູດປະຣິດຕະມຸງຄຸນ ແລະ ພິທີເທທອງ ເງິນ ຄໍາ ປັ້ນຫຼໍ່ຍອດຄໍາພະທາດຫຼວງມິ່ງຂວັນເມືອງພວນ ເພື່ອນໍາໄປປະດິດສະຖານຍອດພະທາດຫຼວງ 8 ຫຼ່ຽມມິ່ງຂວັນເມືອງພວນ ທີ່ແຂວງຊຽງຂວາງ ໂດຍມີເຈົ້າພາບເຈົ້າສັດທາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. 

    ສໍາລັບພິທີຍົກຍອດຄໍາພະທາດຫຼວງ 8 ຫຼ່ຽມ ມິ່ງຂວັນເມືອງພວນ ວັນທີ 23-28 ມັງກອນ 2021 ທີ່ແຂວງຊຽງຂວາງ ມີລາຍລະອຽດດັ່ງນີ້ 

    ວັນທີ 23-28 ມັງກອນ ຮັບໂມທະນາທານທີ່ວັດທາດຫຼວງນາໄຊ ເມືອງຄູນ ແຂວງຊຽງຂວາງ ໂດຍເປັນປະທານຂອງຍາທ່ານ ກູ່ ເມດຕິໂກ. 

    ວັນທີ 28 ມັງກອນ ກົງກັບວັນພະຫັດ ຂຶ້ນ 15 ຄໍ່າ ເດືອນ 3 ພສ 2563 ເລີ່ມເວລາ 7:30 ໂມງ ທໍາພິທີໃສ່ບາດຖວາຍສັງຄະທານແດ່ພະສົງ 45 ບາດ ເວລາ 12:30 ໂມງ ເປີດພິທີທາງການ ຜ່ານການດໍາເນີນໂຄງການປະຕິສັງຂອນຜ່ານມາ ແຈ້ງລາຍຊື່ ແລະ ເຈົ້າສັດທາຫຼັກ-ສັດທາຮ່ວມອະນຸໂມທະນາ ສ້າງພະທາດ ແລະ ພັດທະສີມາ ແຈ້ງຈໍານວນລາຍຮັບ-ລາຍຈ່າຍ ແລະ ແຜນດໍາເນີນງານຕໍ່ໄປ ເວລາ 13:00 ໂມງ ທໍາພິທີຍົກຍອດພະທາດຫຼວງ 8 ຫຼ່ຽມມິ່ງຂັວນເມືອງພວນ (ຈົບພິທີທໍາບຸນ). 

     ສະນັ້ນ ຈຶ່ງຂໍແຈ້ງຂ່າວບຸນກຸສົນນີ້ມາຍັງພຸດທະສາສະນິກະຊົນທັງຫຼາຍ ມາຮ່ວມເປັນເຈົ້າສັດທາ ທໍາບຸນເທທອງປັ້ນຫຼໍ່ ແລະ ຍົກຍອດຄໍາພະທາດຫຼວງ 8 ຫຼ່ຽມມິ່ງຂັວນເມືອງພວນດ້ວຍເຖີ້ນ ທ່ານທີ່ບໍ່ສະດວກມາຮ່ວມໂມທະນາ ສາມາດໂມທະນາຜ່ານສັດທາຫຼັກທີ່ຮັບຜິດຊອບການກໍ່ສ້າງ ແລະ ລະດົມທຶນເຂົ້າເລກບັນຊີທະນາຄານການຄ້າຕ່າງປະເທດລາວມະຫາຊົນ ເລກບັນຊີ 101-12-0001629030-001 ຊື່ບັນຊີ PHATHATLUANG MEUNG PHUAN (ພະທາດຫຼວງເມືອງພວນ).

                # ຂ່າວ & ພາບ : ຂັນທະວີ

error: Content is protected !!