ລັດຖະມົນຕີຕ່າງປະເທດອາຊຽນ ​ໄຂກອງປະຊຸມວົງແຄບແບບທາງໄກ

    ວັນທີ 21 ມັງກອນ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີຕ່າງປະເທດອາຊຽນແບບທາງໄກ ເຊິ່ງເປັນກອງປະຊຸມທຳອິດ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ( ສຳລັບສົກປີ 2021) ກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມຕື່ມ.

    ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຜ່ານມາ ລວມທັງການສຳເລັດການທົບທວນກາງສະໄໝ ແຜນແມ່ບົດການສ້າງປະຊາຄົມອາຊຽນຮອດ ປີ 2025 ການປັບປຸງຂອດປະສານງານລະຫວ່າງຂະແໜງການກ່ຽວຂ້ອງພາຍໃນເສົາຄໍ້າ ແລະ ລະຫວ່າງເສົາຄໍ້າປະຊາຄົມອາຊຽນ ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ແລະ ອື່ນໆ ພ້ອມນັ້ນ ກອງປະຊຸມຍັງໄດ້ປຶກສາຫາລືການສືບຕໍ່ຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ການນຳໃຊ້ສ່ວນໜຶ່ງຂອງກອງທຶນຕ້ານໂຄວິດ-19 ອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ອຸປະກອນການແພດສໍາລັບປະຊາຊົນອາຊຽນ ການສ້າງຕັ້ງແລວການເດີນທາງພິເສດອາຊຽນ ແລະ ອື່ນໆ.

    ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຕໍ່ບັນດາບູລິມະສິດການເປັນປະທານອາຊຽນຂອງບຣູໄນ ດາຣູຊາລາມ ສົກປີ 2021 ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ ພວກເຮົາກຽມພ້ອມ ພວກເຮົາພ້ອມກັນຈະເລີນ” (We Care We Prepare We Prosper) ທີ່ສຸມໃສ່: ຄວາມເປັນເອກກະພາບເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມກົມກຽວ ໂດຍມີປະຊາຊົນເປັນແກນກາງ ການກະກຽມຄວາມພ້ອມ ແລະ ການປັບຕົວເພື່ອຮັບມື ແລະ ຍາດເອົາກາລະໂອກາດອັນໃໝ່ທີ່ອາດຈະເກີດຂຶ້ນ ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນອາຊຽນ ແລະ ສືບຕໍ່ສົ່ງເສີມການຮ່ວມມືກັບພາຍນອກ.

    ນອກນີ້ ກອງປະຊຸມຍັງໄດ້ປຶກສາຫາລືການຮ່ວມມືລະຫວ່າງອາຊຽນກັບພາຍນອກ ເຊິ່ງໃນນີ້ ໄດ້ພິຈາລະນາຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງປະເທດນອກພາກພື້ນຈຳນວນໜຶ່ງ ໃນໂອກາດນີ້ ບັນດາລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ ການກໍ່ການຮ້າຍ ຄວາມປອດໄພທາງໄຊເບີ ໄພພິບັດທາງທໍາມະຊາດ ການປ່ຽນແປງຂອງສະພາບດິນຟ້າອາກາດ ການຄ້າມະນຸດ ຄວາມປອດໄພທາງທະເລ ແລະ ອື່ນໆ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!