ນາຊາຍທອງ ສາທິດການຢອດເຂົ້າດ້ວຍກົນຈັກຕາມທິດຫັນເປັນສະໄໝ

    ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການປູກເຂົ້າຕາມທິດຫັນເປັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາຂຶ້ນວັນທີ 20 ມັງກອນ 2021 ທີ່ບ້ານແສນດິນ ເມືອງດັ່ງກ່າວ ເປັນປະທານຂອງທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ມີທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດຮາກຖານກຸ່ມບ້ານ ເລຂາພັກບ້ານ ແລະ ອໍານາດການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ.

    ທ່ານ ໄກຍະຈັກ ມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ການເປີດຂະບວນການຄັ້ງນີ້ ແມ່ນໄດ້ສາທິດການຢອດເຂົ້າດ້ວຍກົນຈັກ ເພື່ອຜັນຂະຫຍາຍນະໂຍບາຍການຜະລິດກະສິກໍາຫັນເປັນທັນສະໄໝ ແລະ ປຸກລະດົມຊາວກະສິກອນເຂົ້າຮ່ວມການຈັດຕັ້ງປະຕິບັດໃນເນື້ອທີ່ການຜະລິດຂອງຕົນເປັນຂະບວນຟົດຟື້ນ ເຊິ່ງຜ່ານມາ ເມືອງນາຊາຍທອງໄດ້ເປີດຂະບວນການສາທິດການປູກເຂົ້າດ້ວຍກົນຈັກ 3 ຄັ້ງຄື: ປີ 2018 ສາທິດຢູ່ບ້ານເປີກ ປີ 2019 ສາທິດຢູ່ບ້ານໜອງສະ ປີ 2020 ສາທິດຢູ່ບ້ານຫຸມແບ່ງ ແລະ ສໍາລັບ 2021 ສາທິດຢູ່ບ້ານແສນດິນ.

     ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ມີແຜນຊຸກຍູ້ປູກເຂົ້າທັງໝົດ 12.594 ເຮັກຕາ ໃນນັ້ນມີເນື້ອທີ່ນາປີ 7.994 ເຮັກຕາ ແລະ ເນື້ອທີ່ນາແຊງ 4.600 ເຮັກຕາ ຄາດຄະເນຜົນຜະລິດລວມ 56.333 ໂຕນ ປັດຈຸບັນ ປູກເຂົ້ານາແຊງໄດ້ 3.500 ເຮັກຕາ ເທົ່າກັບ 76% ໃນນັ້ນ ນາຫວ່ານ 2.850 ເຮັກຕາ ແລະ ນາດໍາ 650 ເຮັກຕາ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!