ມອບ-ຮັບພາຫະນະ ແລະ ອຸປະກອນນໍາໃຊ້ເຂົ້າໃນວຽກງານເກັບກູ້ລະເບີດ

    ພິທີມອບ-ຮັບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມຣິກາ ໄດ້ມີຂຶ້ນໃນວັນທີ 19 ມັງກອນ 2021 ທີ່ສູນເຝິກອົບຮົມໂຄງການເກັບກູ້ລະເບີດແຫ່ງຊາດ ບ້ານອີໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວມອບຂອງທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ລາວ ແລະ ກ່າວຮັບຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການຊ່ວຍເຫຼືອຄັ້ງນີ້ ລວມມີລົດໂຕໂຢຕາ ແລນ ກຣຸຍເຊີ (Toyota Land Cruiser ) 16 ຄັນ ເຄື່ອງກວດລະເບີດ 134 ຊຸດ ລວມມູນຄ່າທັງໝົດ 1,19 ລ້ານໂດລາສະຫະລັດ ປະມານ 11,1 ຕື້ກີບ ເພື່ອມອບໃຫ້ແກ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ປະຕິບັດໜ້າທີ່ຢູ່ໃນ 5 ແຂວງທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານສະຫະລັດອາເມຣິກາຄື: ອັດຕະປື ຫົວພັນ ຄຳມ່ວນ ສາລະວັນ ແລະ ສະຫວັນນະເຂດ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!