
ໂອກາດນີ້ ສະຫາຍ ດາວັນ ທົນນະວົງສາ ຮອງເລຂາພັກ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ຂຶ້ນ ລາຍງານການເຄື່ອນໄຫວວຽກງານໃນ 1 ປີ ຜ່ານມາ ທົ່ວອົງຄະນະພັກເມືອງສີສັດຕະນາກ ສາມາດຕີລາຄາດ້ານດີ ອອ່ນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳໆພາທຸກຂົງເຂດວຽກງານ ວຽກງານການເມືອງ-ແນວຄິດ ເອົາໃຈໃສ່ຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ມະຕິ VII ຂອງອົງຄະນະພັກເມືອງໃຫ້ສະມາຊິກພັກ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວເມືອງສີສັດຕະນາກ ໃນການວາງຄາດໝາຍຂອງພັກໃນໄລຍະໃໝ່ ແລະ ພ້ອມທັງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຮອດປີ 2025 ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາເຊື່ອມຊຶມເອກະສານມູນເຊື້ອປະຫວັດສາດວັນສໍາຄັນຂອງພັກ ຂອງຊາດ ໃນແຕ່ລະໄລຍະ ເປັນຂະບວນການຟົດຟື້ນ

ທິດທາງລວມແຜນການວຽກງານຈຸດສຸມປະຈຳປີ 2021 ຈະສຸມໃສ່ການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານໃນຂົງເຂດທີ່ຕົນເອງຮັບຜິດຊອບຢ່າງມີຈຸດສຸມ ປະຕິບັດ 5 ຫຼັກການ 3 ທິດນຳຂອງພັກເອົາໃຈໃສ່ຊຸກຍູ້ອົງການບໍລິຫານລັດ ໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ຍູ້ແຮງການພັດທະນາເມືອງສີສັດຕະນາກຕາມມະຕິ 107/ກມສພ ໃຫ້ກາຍເປັນເມືອງທີ່ທັນສະໄໝ ສີຂຽວ ສະອາດ ສະຫງົບ ໜ້າຢູ່ອາໄສ ແລະ ຍືນຍົງ.
