ເບິ່ງໃກ້ບໍ່ແຈ້ງ ອ່ານໜັງສືຕ້ອງຢືດສຸດແຂນ ໂຟກັສຊ້າ ຕາມົວ ເຄືອງຕາ ເຈັບຕາ ເຈັບຫົວ ທັງໝົດທີ່ວ່າມາຖ້າທ່ານເຄີຍປະສົບພົບພໍ້ ນັ້ນອາດຈະໝາຍຄວາມວ່າທ່ານກຳລັງພົບກັບບັນຫາ “ສາຍຕາຍາວຕາມໄວ”.
ຮູ້ຈັກສາຍຕາຍາວຕາມໄວ ອາການທີ່ອາດເຮັດໃຫ້ຊີວິດທ່ານມີບັນຫາກວ່າທີ່ຄິດ ຫຼາຍຄົນຄົງເຂົ້າໃຈວ່າສາຍຕາຍາວນັ້ນມີແບບດຽວ ແຕ່ຄວາມຈິງແລ້ວ ສາຍຕາຍາວນັ້ນແບ່ງໄດ້ເປັນສອງປະເພດ ຄື “ສາຍຕາຍາວຕັ້ງແຕ່ກຳເນີດ” ແລະ “ສາຍຕາຍາວຕາມໄວ”.

ຊື່ອາດຈະເບິ່ງຄ້າຍຄືກັນ ແຕ່ອາການຂອງສາຍຕາຍາວ 2 ປະເພດນີ້ຕ່າງກັນຫຼາຍ ສຳລັບອາການສາຍຕາຍາວຕັ້ງແຕ່ກຳເນີດ ຈະເກີດຈາກຂະໜາດໜ່ວຍຕານ້ອຍກວ່າປົກກະຕິ ເຮັດໃຫ້ຈຸດລວມແສງຂອງພາບທີ່ບໍ່ວ່າຈະຢູ່ໃກ້ ຫຼື ໄກ ບໍ່ມີຈຸດສຸມເທິງຈໍປະສາດຕາ ເຮັດໃຫ້ເບິ່ງບໍ່ໄດ້ບໍ່ຄົມແຈ້ງ.
ແຕ່ສຳລັບສາຍຕາຍາວຕາມໄວນັ້ນ ມັກຈະເລີ່ມເຫັນອາການຕັ້ງແຕ່ອາຍຸເລີ່ມເຂົ້າເລກສາມປາຍໆ ຫຼື ຫາກເຂົ້າເລກສີ່ ຮັບຮອງວ່າທຸກຄົນຈະຕ້ອງພົບ ເພາະການປັບໂຟກັສຂອງເລນຕາຈະຂີ້ຮ້າຍລົງ ແລະ ບັນຫາມັນຢູ່ຈຸດນີ້ນີ້ແຫຼະ ເພາະສາຍຕາຍາວຕາມໄວນັ້ນ ບໍ່ແມ່ນໂຣກ ແລະ ປິ່ນປົວບໍ່ໄດ້ເໝືອນອາການສາຍຕາຍາວແຕ່ກຳເນີດ ແຕ່ເປັນເພາະຍິ່ງອາຍຸຍິ່ງຫຼາຍຂຶ້ນ ສາຍຕາທີ່ໃຊ້ມາຢ່າງຍາວນານກໍເລີ່ມເກີດອາການລ້າລົງຈົນເກີດການປ່ຽນແປງຫຼາຍໆຢ່າງ ເຊັ່ນ: ຮູມ່ານຕາຂະໜາດນ້ອຍລົງ ປະລິມານນ້ຳຕາຫຼຸດລົງ ເລນແກ້ວຕາມີຄວາມຫົດຢືດໜ້ອຍລົງ.

ເຮັດໃຫ້ຫຼາຍໆຄົນ ເມື່ອເຂົ້າສູ່ໄລຍະປາຍເລກສາມ ຈະພົບເຫັນບັນຫາເບິ່ງໃກ້ໆບໍ່ຄ່ອຍ
ແຈ້ງ ການຖອຍອອກ ຫຼືຍື່ນແຂນເພື່ອໃຫ້ອ່ານໜັງສືໄດ້ ອາດຈະພໍຊ່ວຍໄດ້ ແຕ່ກໍເຮັດໄດ້ພຽງແຕ່ເບິ່ງເຫັນ ແຕ່ບໍ່ຄົມແຈ້ງເໝືອນເດີມ ບາງຄົນອາດເຖິງຂັ້ນໂຟກັສສິ່ງຕ່າງໆໄດ້ຊ້າລົງ ເວລາ
ຕ້ອງເບິ່ງສະຫຼັບກັນລະຫວ່າງໄລຍະໃກ້ກັບໄກ ຫຼາຍຄັ້ງອາດເຮັດໃຫ້ເກີດອຸບັດເຫດເລີຍ ແຕ່ບັນຫາທີ່ຄິດວ່າທຸກຄົນຕ້ອງເຄີຍເຫັນຄື ຈະອ່ານໜັງສືຕ້ອງໃສ່ແວ່ນອັນໜຶ່ງສ່ວນຈະເງີຍໜ້າມາເບິ່ງອີກໄລຍະກໍຕ້ອງປ່ຽນແວ່ນອີກເທື່ອໜຶ່ງ.

ເຫັນບໍວ່າສາຍຕາຍາວຕາມໄວນີ້ ສ້າງບັນຫາກວ່າທີ່ຄິດ ແຕ່ຫຼາຍຄົນກໍຍັງຄົງຝືນໃຊ້ສາຍຕາແບບບໍ່ມີຕົວຊ່ວຍກັນຢູ່ ບອກເລີຍວ່າ ຖ້າບໍ່ຮີບຫາຕົວຊ່ວຍ ສາຍຕາຈະຍິ່ງຂີ້ຮ້າຍລົງໄປເລື້ອຍໆ.
ອ່ານມາເຖິງບ່ອນນີ້ ຖ້າເລີ່ມເຫັນວ່າສາຍຕາຍາວຕາມໄວນັ້ນເປັນບັນຫາ ແລະ ບໍ່ຢາກຝືນ
ໃຊ້ສາຍຕາແບບເດີມໆອີກຕໍ່ໄປ ເຮົາຢາກແນະນຳໃຫ້ຮູ້ຈັກກັບ Zenith Iden ໂປຣເກຣສຊີຟເລນ ທີ່ຈະເຮັດໃຫ້ທ່ານເບິ່ງແຈ້ງທຸກໄລຍະ ໃກ້ ກາງ ໄກ ດ້ວຍເລນດຽວ ບໍ່ຕ້ອງປ່ຽນແວ່ນເລື້ອຍໆ ໂຟກັສໄດ້ໄວຂຶ້ນທຸກໄລຍະ.
ວ. ດາລາວົງ – ນຳສະເໜີ