ສືບຕໍ່ປະຕິຮູບຂະແໜງການເງິນຢ່າງຮອບດ້ານ ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ

    ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເປົ້າໝາຍທີ 1 ແມ່ນເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຄຸນນະພາບ ໝັ້ນທ່ຽງ ແລະ ຍືນຍົງ ໃນນັ້ນ ແຜນວຽກຈຸດສຸມທີ 1 ເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ ເຊິ່ງໃນ 5 ປີຕໍ່ໜ້າ ການຄຸ້ມຄອງເສດຖະກິດມະຫາພາກຕ້ອງສຸມໃສ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງເປັນລະບົບ ແນໃສ່ຂະຫຍາຍຖານລາຍຮັບອາກອນໃຫກວ້າງອອກ ເພື່ອເພີ່ມການເກັບລາຍຮັບໃຫ້ສູງຂຶ້ນ ຄຸ້ມຄອງລາຍຈ່າຍພາກລັດໃຫ້ມີປະສິດທິຜົນ ຮັດກຸມກວ່າເກົ່າ ຄຸ້ມຄອງໜີ້ສິນພາງ ແລະ ໜີ້ສິນສາທາລະນະໃຫ້ຢູ່ໃນລະດັບທີ່ສາມາດ ຊໍາລະສະສາງໄດ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ.

    ໃນຮ່າງບົດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ທີ່ໄດ້ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ມີບາງຄາດໝາຍ ແລະ ຕົວຊີ້ບອກວ່າ: ດ້ານງົບປະມານ ສູ້ຊົນປະຕິບັດລາຍຮັບງົບປະມານທັງໝົດໃຫ້ໄດ້ປະມານ 169.000 ຕື້ກີບ ເທົ່າກັບ 15,3% ຂອງ GDP ດ້ານລາຍຈ່າຍສູ້ຊົນ ບໍ່ໃຫ້ເກີນ 190.000 ຕື້ກີບ ເທົ່າກັບ 17,2% ຂອງ GDP ຮັບປະກັນການຂາດດຸນງົບປະມານທັງໝົດ 21.000 ຕື້ກີບ ຫຼື ປະມານ 2% ຂອງ GDP ປັບປຸງໂຄງສ້າງໜີ້ສິນໂດຍການຫັນໜີ້ເປັນການລົງທຶນຂອງພາກທຸລະກິດ ແລະ ຄຸ້ມຄອງໜີ້ສາທາລະນະໃຫ້ຫຼຸດລົງຢູ່ໃນລະດັບທີ່ຜ່ອນຄາຍຕໍ່າກວ່າ 55% ຂອງ GDP.

    ດ້ານເງິນຕາ ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສະເລ່ຍບໍ່ເກີນ 6% ອັດຕາແລກປ່ຽນມີຄວາມສະຫງົບປົກກະຕິ ເໜັງຕີງໃນຂອບບວກ ຫຼືເທົ່າກັບ 5% ຕໍ່ປີ ທຽບໃສ່ເງິນໂດລາສະຫະລັດ ສູ້ຊົນໃຫ້ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ ແລະ ຄວບຄຸມປະລິມານເງິນເພີ່ມຂຶ້ນສະເລ່ຍບໍ່ເກີນ 20% ຕໍ່ປີ.

    ເພື່ອບັນລຸເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ ດ້ານການເງິນ ສືບຕໍ່ປະຕິຮູບຂະແໜງການເງິນຢ່າງຮອບດ້ານໃຫ້ມີຄວາມເຂັ້ມແຂງ ແລະ ມີການພັດທະນາຢ່າງຍືນຍົງ ໂດຍການຍົກສູງປະສິດທີພາບໃນການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ສ້າງນິຕິກໍາທີ່ກໍານົດຂອບຄວາມໝັ້ນຄົງທາງດ້ານການເງິນ ສ້າງກົນໄກລະບຽບການ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການເກັບລາຍຮັບ ປະຕິບັດລາຍຈ່າຍຜ່ານທະນາຄານ ເຂັ້ມງວດປະຕິບັດວິໄນການເງິນ ໂດຍບັງຄັບໃຊ້ກົດໝາຍຂອງຂະແໜງການເງິນຢ່າງເຂັ້ມແຂງ ໃນການປະຕິບັດການເກັບລາຍຮັບ ແລະ ຈ່າຍຕາມກໍານົດໄວ້ໃນກົດໝາຍຢ່າງຄົບຖ້ວນ ສ່ວນດ້ານເງິນຕາ ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ ດ້ວຍການສືບຕໍ່ນໍາໃຊ້ ແລະ ພັດທະນາເຄື່ອງມືນະໂຍບາຍເງິນຕາທາງອ້ອມໃຫ້ມີປະສິດທິຜົນຫຼາຍຂຶ້ນ ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງລັດ ຄຸ້ມຄອງເງິນຕາຕ່າງປະເທດຢ່າງມີໄຫວພິບ ໄປຄຽງຄູ່ກັບການພັດທະນາລະບົບການຊໍາລະແຫ່ງຊາດໃຫ້ມີຄວາມທັນສະໄໝ ປອດໄພ ໃນມາດຕະຖານທຽບເທົ່າກັບສາກົນ ຍົກລະດັບການຄຸ້ມຄອງທະນາຄານ ທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ໄດ້ມາດຕະຖານສາກົນຫຼາຍຂຶ້ນ ແລະ ອື່ນໆ.

                    # ຂ່າວ & ພາບ : ຂັນທະວີ

error: Content is protected !!