ສ້າງຄວາມເຂັ້ມແຂງລະບົບບັນຊີ ແລະ ເຮັດທົດລອງການນໍາໃຊ້ໂປຣແກຣມບັນຊີ

    ກອງປະຊຸມເຝິກອົບຮົມລະບົບບັນຊີ ແລະ ເຮັດທົດລອງການນໍາໃຊ້ໂປຣແກຣມບັນຊີ ເຂົ້າໃນການຖືບັນຊີຂອງຫົວໜ່ວຍຈຸລະວິສາຫະກິດທີ່ຂຶ້ນກັບຂັ້ນຄຸ້ມຄອງຂອງເມືອງສີສັດຕະນາກ ຈັດຂຶ້ນວັນທີ 19-20 ມັງກອນ 2021 ຢູ່ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ສີສຸພັນ ໄຊປັນຍາ ຮອງຫົວໜ້າພະແນກການເງິນ ນວ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມບັນຊີ ກະຊວງການເງິນ ມີບັນດາທ່ານຫົວໜ້າກົມ ທ່ານຮອງເຈົ້າເມືອງສີສັດຕະນາກ ມີຫົວໜ້າ-ຮອງຫົວໜ້າຂະແໜງການ ນັກວິທະຍາກອນ ແລະ ນັກສໍາມະນາກອນທີ່ມາຈາກ 5 ຕົວເມືອງ ຄື:ສີສັດຕະນາກ ໄຊເສດຖາ ສີໂຄດຕະບອງ ຈັນທະບູລີ ແລະ ໄຊທານີ ຈໍານວນ 47 ທ່ານ ຍິງ 6 ທ່ານ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສີສຸພັນ ໄຊປັນຍາ ໄດ້ກ່າວໃນກອງປະຊຸມສ້າງຄວາມເຂັ້ມແຂງໃນຄັ້ງນີ້ວ່າ ບັນດາເອກະສານທີ່ຈະໄດ້ສິດສອນ ແມ່ນມີຄວາມສໍາຄັນຫຼາຍ ແລະ ເປັນໂອກາດອັນດີທີ່ສຸດ ທາງກະຊວງການເງິນ ກໍຄືກົມບັນຊີ ໄດ້ລົງມາເປັນຄູເຝິກ ແລະ ລົງມາທົດລອງຕົວຈິງໃຫ້ແກ່ ນວ ໂດຍສະເພາະ ກໍແມ່ນເມືອງສີສັດຕະນາກ ໃນຈໍານວນ 10 ຫົວໜ່ວຍ ສະນັ້ນ ນັກສໍາມະນາກອນຂອງພວກເຮົາ ກໍຄືພະນັກງານຂະແໜງການເງິນເຮົາ ຕ້ອງໄດ້ເອົາໃຈເພື່ອນໍາເອົາບົດຮຽນ ແລະ ໂປຣແກຣມບັນຊີນີ້ ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ກັບຫົວໜ່ວຍຈຸນລະວິສາຫະກິດຢູ່ພາຍໃນເມືອງຂອງຕົນໃຫ້ກວ້າງຂວາງ ແລະ ເປັນເອກະພາບກັນໃນ 9 ຕົວເມືອງ.

    ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ວຽກງານບັນຊີເປັນວຽກງານທີ່ສໍາຄັນ ບໍ່ວ່າຢູ່ພາຍໃນປະເທດ ພາກພື້ນ ແລະ ສາກົນ ເພາະວຽກງານບັນຊີເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານການເງິນ ຕິດຕາມກວດກາທັງພາຍໃນ ແລະ ພາຍນອກ ພ້ອມດຽວກັນນັ້ນ ທັງເປັນເຄື່ອງມືທີ່ສໍາຄັນໃນການຈັດເກັບລາຍຮັບທາງດ້ານສ່ວຍສາອາກອນ ເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ ໂປ່ງໃສ ແລະ ທັນເວລາ ພ້ອມດຽວກັນນັ້ນ ຄະນະພັກ-ຄະນະນໍາຂອງພະແນກການເງິນ ນວ ກໍໃຫ້ຄວາມສໍາຄັນຕໍ່ວຽກງານບັນຊີ ໂດຍຊີ້ນໍາ-ນໍາພາ ຂະແໜງບັນຊີຂອງພວກເຮົາ ຊຸກຍູ້ສົ່ງເສີມໃຫ້ວິສາຫະກິດຖືບັນຊີຕາມລະບຽບກົດໝາຍວ່າດ້ວຍການບັນຊີ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານບັນຊີຂອງຫົວໜ່ວຍວິສາຫະກິດຂັ້ນນະຄອນຫຼວງ ແລະ ເມືອງ ຄຸ້ມຄອງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

    ແຕ່ເຖິງແນວໃດກໍຕາມ ຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີຂໍ້ຄົງຄ້າງບາງດ້ານ ເຊັ່ນ: ການຖືບັນຊີຂອງວິສາຫະກິດຈໍານວນໜຶ່ງຍັງບໍ່ທັນຮັບປະກັນໄດ້ທາງດ້ານຄຸນນະພາບ ເຊິ່ງສະແດງອອກໃນການລາຍງານລາຍຮັບ-ລາຍຈ່າຍ ຢູ່ໃນບົດສະຫຼຸບລາຍງານການເງິນ ຍັງບໍ່ຖືກຕ້ອງຄົບຖ້ວນເທົ່າທີ່ຄວນ ຍັງມີວິສາຫະກິດຈໍານວນໜຶ່ງ ການສົ່ງບົດສະຫຼຸບລາຍງານການເງິນຍັງຊັກຊ້າ ບໍ່ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດຫມາຍວາງອອກ ຄຽງຄູ່ກັນນັ້ນ ບາງຫົວໜ່ວຍວິສາຫະກິດ ທີມີເງື່ອນໄຂຄົບຖ້ວນໃນການຖືບັນຊີ ແຕ່ພັດປະຕິບັດມອບພັນທະອາກອນແບບມອບເໝົາຢູ່ (ບໍ່ຖືບັນຊີຕາມລະບຽບກົດໝາຍກໍານົດອອກ).

    ຕໍ່ບັນຫາດັ່ງກ່າວນີ້ ຮຽກຮ້ອງມາຍັງຂະແໜງບັນຊີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ມີການປະສານສົມທົບແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນ ລະຫວ່າງຫົວໜ່ວຍຖືບັນຊີ ກັບເຈົ້າຫນ້າທີ່ຂອງຂະແໜງບັນຊີ ຂະແໜງກວດກາ-ການເງິນ ຂະແໜງສ່ວຍສາອາກອນຢ່າງເປັນປົກກະຕິ (ທີ່ກ່າວມາຂ້າງເທິງນັ້ນ ແມ່ນການປະຕິບັດວຽກງານບັນຊີ ຕໍ່ຫົວໜ່ວຍວິສາຫະກິດທີ່ຖືບັນຊີ) ແຕ່ໃນການເຝິກອົບຮົມໃນຄັ້ງນີ້ ແມ່ນເຮົາຈະໄດ້ລົງເຮັດກັບຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບບໍ່ເກີນ 400 ລ້ານກີບ ຖ້າພວກເຮົາເຮັດໄດ້ ລະດົມບັນດາຫົວໜ່ວຍຈຸນລະວິສາຫະກິດຫຼົ່ານີ້ຖືບັນຊີໄດ້ ກໍຈະເຮັດໃຫ້ການເກັບພັນທະອາກອນມີຄວາມໂປ່ງໃສ ແລະ ເປັນທໍາ ທັງລັດ ແລະ ຜູ້ປະກອບການວິສາຫະກິດເອງ.

    ຂ້າພະເຈົ້າເຊື່ອໝັ້ນວ່າ ທຸກພາກສ່ວນກ່ຽວຂ້ອງ ຄົງຈະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ພາຍຫຼັງສໍາເລັດການເຝິກອົບຮົມຄັ້ງນີ້ ຈົ່ງໄດ້ນໍາເອົາເນື້ອໃນບົດຮຽນດັ່ງກ່າວ ໄປຜັນຂະຫຍາຍເຈົ້າໃນວຽກງານຕົວຈິງໃຫ້ເກີດດອກອອກຜົນ.

# ຂ່າວ & ພາບ: ສີ​ພອນ 

error: Content is protected !!