ມີຄວາມຜິດຍ້ອນການລະເມີດ ລະບຽບການຄຸ້ມຄອງວັດຖຸໄວໄຟ ທາດເບື່ອ

ສິ່ງ​ທີ່​ຜູ້​ຂຽນ​ຍົກ​ມາ​ນີ້ ມັນ​ເກີດ​ຂຶ້ນ​ແລ້ວ ແລະ ເກີດ​ຂຶ້ນ​ຕົວ​ຈິງ ພ້ອມ​ກັນ​ນັ້ນ ມັນ​ກໍ່­ສ້າງ​ຄວາມ​ເສຍ​ຫາຍ​ຕົວ​ຈິງ​ໃຫ້​ແກ່ ຊີ­ວິດ ສຸ­ຂະ­ພາບ ຂອງ​ມະ­ນຸດ ລວມ​ທັງ​ຊັບ​ສິນ​ທີ່​ເປັນ​ຂອງ​ລັດ ແລະ ສ່ວນ​ຕົວ​ຂອງ​ພົນ­ລະ­ເມືອງ​ຜູ້​ຊຶ່ງ​ຢູ່​ໃນ​ເຫດ­ການ​ທີ່​ຊາຍ​ແດນ ແຂວງ​ສະ­ຫວັນ​ນະ​ເຂດ ໃນ​ໄລ­ຍະ​ທ້າຍ ຂອງ​ປີ​ກາຍ​ມາ​ນີ້ ໄຟ​ໄດ້​ລຸ­ກລາມ ຄວັນ​ດຳ​ມືດ ເຜົາ​ຜານ​ຮ່າງ­ກາຍ ສຽງ​ເນືອງ​ນັນ ແລະ ແຊວ​ຮ້ອງ​ຈາກ​ຜູ້​ທີ່​ເຫັນ​ເຫດ­ການ​ຊ່າງ​ໜ້າ​ເວດ­ທະ­ນາ ຍ້ອນ​ຄວາມ​ລະ​ເຫຼີງ​ຂອງ​ມະ­ນຸດ ຍ້ອນ​ການ​ຂາດ​ຄວາມ​ລະ​ມັດ ລະ­ວັງ ຍ້ອນ​ການ​ລະ­ເມີດ​ລະ­ບຽບ​ການ​ໃນ​ການ​ຄຸ້ມ​ຄອງ​ວັດ­ຖຸ​ໄວ​ໄຟ ທາດ​ເບື່ອ​ນັ້ນ​ເອງ.

ບໍ່​ແມ່ນ​ວ່າ​ເຫດ​ເກີດ​ແລ້ວ​ຈຶ່ງ​ຫາ​ທາງ​ປ້ອງ​ກັນ ແຕ່​ຄວາມ​ຜິດ​ຂອງ​ບຸກ­ຄົນ ຂອງ​ລວມ​ໝູ່​ທີ່​ເກີດ​ຂຶ້ນ ຍ້ອນ​ການ​ລະ­ເມີດ​ລະ­ບຽບ​ການ​ໃນ​ການ​ຄຸ້ມ​ຄອງ​ວັດ­ຖຸ​ໄວ​ໄຟ ທາດ​ເບື່ອ​ນີ້ ມັນ​ໄດ້​ຖືກ​ກຳ­ນົດ​ໄວ້​ຢຸ່​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ແລ້ວ​ກ່ອນ​ໜ້າ​ນີ້.

ການ​ກະ­ທຳ​ຜິດ​ໄດ້​ຖືກ​ກຳ­ນົດ​ໄວ້​ຢູ່​ໃນ​ມາດ­ຕາ 179 ເນື້ອ​ໃນ​ຂອງ​ມາດ­ຕາ​ນີ້​ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ໃດ​ຫາກ​ໄດ້​ລະ­ເມີດ​ລະ­ບຽບ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຜະ­ລິດ ການ​ເກັບ​ຮັກ­ສາ ການ​ຂົນ­ສົ່ງ ການ​ນຳ​ໃຊ້ ຫຼື ການ​ຄ້າ­ຂາຍ ວັດ­ຖຸ​ໄວ​ໄຟ ທາດ​ເບື່ອ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 3 ເດືອນ ຫາ 1 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ຫາ 10.000.000 ກີບ.

ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ ຊຶ່ງ​ພາ­ໃຫ້​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 6 ເດືອນ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 2.000.000 ຫາ 15.000.000 ກີບ.

ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ສາ­ຫັດ ເສຍ​ອົງ­ຄະ ຫຼື ພິ­ການ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 1 ເດືອນ ຫາ 4 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ຫາ 20.000.000 ກີບ.

ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ເສຍ​ຊີ­ວິດ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 4.000.000 ຫາ 35.000.000 ກີບ.

ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ຊີ­ວິດ​ແຕ່ 2 ຄົນ​ຂຶ້ນ​ໄປ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 5 ເດືອນ ຫາ 10 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ຫາ 50.000.000 ກີບ.

ນີ້​ແມ່ນ​ມາດ​ຕະ­ການ​ທາງ​ອາ­ຍາ ທີ່​ຈະ ລົງ​ໃສ່​ຜູ້​ກະ­ທຳ​ຜິດ​ທີ່​ໄດ້​ລະ­ເມີດ​ລະ­ບຽບ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວັດ­ຖຸ​ໄວ​ໄຟ, ທາດ​ເບື່ອ ແຕ່​ຖ້າ​ຫາກ​ຜູ້​ລະ­ເມີດ​ລະ­ບຽບ​ການ​ດັ່ງ­ກ່າວ​ຫາກ​ເສຍ​ຊີ­ວິດ​ຈະ​ເອົາ​ໃຜ​ມາ​ລົງ­ໂທດ? ກໍ​ແນ່­ນອນ ຖ້າ​ຫາກ​ການ​ລະ­ເມີດ​ລະ­ບຽບ​ການ​ດັ່ງ­ກ່າວ ມັນ​ກ່ຽວ­ຂ້ອງ​ກັບ​ຫຼາຍ​ຄົນ ນອກ­ຈາກ​ຜູ້​ເສຍ​ຊີ­ວິດ​ທີ່​ບໍ່​ໄດ້​ຮັບ​ໂທດ​ແລ້ວ ກໍ​ຕ້ອງ​ນຳ​ເອົາ​ຜູ້​ທີ່​ກ່ຽວ­ຂ້ອງ​ນັ້ນ ມາ​ລົງ­ໂທດ​ຕາມ​ກົດ­ໝາຍ ດັ່ງ­ນັ້ນ ໃຜ​ກໍ​ຕາມ ກໍ​ຕ້ອງ​ຫຼີກ­ເວັ້ນ​ຜົນ​ປະ­ໂຫຍດ​ໃດ​ທີ່​ໄດ້​ມາ​ຍ້ອນ​ການ​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບ​ການ​ທີ່​ລັດ​ວາງ​ອອກ ເພາະ​ບໍ່​ມື້​ໃດ​ກໍ​ມື້­ໜຶ່ງ​ມັນ​ຕ້ອງ​ເກີດ​ຄວາມ​ເສຍ​ຫາຍ​ຂຶ້ນ​ຢ່າງ​ແນ່­ນອນ ຍ້ອນ​ການ​ລະ­ເມີດ​ລະ­ບຽບ​ການ​ນັ້ນ.

ໂດຍ: ໄມ້​ງັດ

error: Content is protected !!