ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່

       ວັນ​ທີ 14 ມັງກອນ 2021 ຜ່ານມານີ້ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ໄດ້​ດຳເນີນ​ມາ​ເປັນ​ມື້​ທີ 2 ໂດຍ​ຕາມ​ວາລະ​ກອງ​ປະຊຸມ​ ແມ່ນ​ໄດ້​ມີ​ການ​ຜ່ານ​ບົດ​ສຳຫຼວດ​ການ​ນຳພາ​ລວມຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ X ແລະ ໄດ້​ດຳເນີນ​ວາລະ​ການ​ປ່ອນ​ບັດ​ເລືອກ​ຕັ້ງເອົາ​ຜູ້​ແທນ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI (ເລືອກ​ຕັ້ງ​ເອົາ​ກຳມະການ​ສົມບູນ ແລະ ສຳຮອງ).

     ໃນ​ພາກ​ເຊົ້າ​ຂອງ​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ໄດ້​ເປັນ​ຜູ້​ຄວບ​ຄຸມ​ກອງ​ປະຊຸມ ເຊິ່ງທີ່​ປະຊຸມ​ໄດ້​ຮັບ​ຟັງ​ການຜ່ານ​ບົດ​ສໍາ​ຫຼວດ​ການ​ນຳພາ​ລວມ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X ຈາກ​ສະຫາຍ ພັນ​ຄໍາ ວິພາ​ວັນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ແລະ ຮັບ​ຟັງ​ການ​​ສະເໜີ​ມາດຖານ ເງື່ອນໄຂ ແລະ ລາຍ​ຊື່​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI ໂດຍ​ແມ່ນ​ສະຫາຍ ຈັນ​ສີ ໂພ​ສີ​ຄໍາ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ເປັນ​ຜູ້​​ສະ​ເໜີ.

ຈາກ​ນັ້ນຄະນະ​ຜູ້​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ແຍກ​ໜ່ວຍ​ເພື່ອ​ຄົ້ນຄວ້າ​ບັນຫາ​ບຸກຄະລາ​ກອນ​ທີ່​ກ່ຽວ​ພັນ​ກັບ​ມາດຖານ ແລະ ເງື່ອນໄຂຂອງ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI.

      ໃນ​ພາກ​ບ່າຍ​ ກອງ​ປະຊຸມ​ໃຫຍ່​ໄດ້​ດຳເນີນ​ພາຍ​ໃຕ້​ການ​ຄວບ​ຄຸມ​ກອງ​ປະຊຸມ​ໂດຍ​ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະ​ນະເລຂາທິການ​ສູນ​ກາງ​ພັກ ປະທານ​ຄະນະ​ ກວດກາ​ສູນ​ກາງ​ພັກ. ກອງ​ປະຊຸມ​ໄດ້​ເລີ່ມ​ຕົ້ນ​ດຳເນີນ​ການ​ສະເໜີ​ແຕ່ງຕັ້ງຄະນະ​ຄວບ​ຄຸມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI (ເລືອກ​ຕັ້ງ​ເອົາ​ກຳມະການ​ສູນ​ກາງ​ພັກ ທັງ​ສົມບູນ ແລະ ສຳຮອງ). ຈາກ​ນັ້ນ ຄະນະ​ຄວບ​ຄຸມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ໄດ້​ຂຶ້ນ​ຮັບ​ໜ້າທີ່ ແລະ ສະເໜີ​ລະບຽບ​ການ ວິທີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ.

    ພາຍຫຼັງ​ການ​ສະເໜີ​ລະບຽບ​ການ ແລະ ວິທີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ແລ້ວ ບັນດາ​ສະຫາຍ​ຜູ້​ແທນ​​ສົມ​ບູນ ກໍ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສູງ ພິຈາລະນາ​ຢ່າງ​ຖີ່​ຖ້ວນ ເພື່ອ​ເລືອກ​ເອົາ​ກໍາ​ມະ​ການ​ສົມບູນ​ສູນ​ກາງ​ພັກ ສະໄໝ​ທີ XI ແລະ ກຳມະການ​ສຳຮອງ​ສູນ​ກາງ​ພັກ ສະໄໝ​ທີ XI ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI.

    ສຳ​ລັບ​ຜົນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ແມ່ນ​ຈະ​ໄດ້​ມີ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ມັງ​ກອນນີ້ ເຊິ່ງ​ເປັນ​ມື້​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້.

error: Content is protected !!