ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ປະກອບຄໍາເຫັນກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກວ່າ: ເພື່ອສືບຕໍ່ການພັດທະນາຊັບພະຍາກອນມະນຸດ ເວົ້າລວມ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ໄດ້ກໍານົດເປົ້າໝາຍ ລວມໄລຍະປີ 2021-2025 ວ່າ: ແນໃສ່ພັດທະນາຄົນລາວໃຫ້ມີຄວາມພ້ອມໃນທຸກດ້ານ ເພື່ອເປັນໃຈກາງໃນການສ້າງກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍພັດທະນາຄວາມພ້ອມຂອງຄົນລາວໃຫ້ຕິດພັນກັບການຍົກສູງຄຸນນະພາບ ຄວາມທັນສະໄໝໃນລະບົບການສຶກສາພື້ນຖານຂອງຊາດ ເຊິ່ງເປັນປັດໄຈຕັດສິນໃນການກ້າວສູ່ຈຸດໝາຍສັງຄົມນິຍົມ.

ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວ ມີຄວາມຈໍາເປັນຕ້ອງໄດ້ດໍາເນີນບາງມາດຕະການຄື:
1) ຕ້ອງສ້າງຄວາມເຂັ້ມແຂງໃຫ້ເປັນລະບົບການບໍລິຫານ ປັບປຸງກົນໄກການພັດທະນາຊັບພະຍາກອນມະນຸດ ສືບຕໍ່ຂະຫຍາຍຜົນຂອງການປະຕິຮູບການສຶກສາໃນໄລຍະຜ່ານມາ ແລະ ສືບຕໍ່ປັບປຸງຄຸນນະພາບຂອງການສຶກສາ.
2) ດໍາເນີນການພັດທະນາຊັບພະຍາກອນມະນຸດຢ່າງມີຈຸດສຸມ ເລັ່ງໃສ່ຊຸກຍູ້ການຮຽນຮູ້ບັນດາວິຊາວິທະຍາສາດ ເຕັກໂນໂລຊີ ວິສະວະກໍາ ແລະ ວິຊາຄະນິດສາດ.
3) ລະດົມກໍາລັງ ແລະ ຊັບພະຍາກອນເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດ ທີ່ສາມາດເຂົ້າສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ ແນໃສ່ເຮັດໃຫ້ຄວາມຕ້ອງການ ແລະ ສະໜອງກໍາລັງແຮງງານໃນຂົງເຂດຕ່າງໆໄດ້ຮັບການສະໜອງຢ່າງສົມເຫດສົມຜົນ.
4) ບຸກທະລຸພັດທະນາຊັບພະຍາກອນມະນຸດໃຫ້ມີບາດລ້ຽວໃໝ່ຢ່າງແຂງແຮງ ເປັນຕົ້ນ ຕ້ອງປະຕິຮູບລະບົບການສຶກສາ ແລະ ກໍ່ສ້າງນັກວິຊາການໃນຂະແໜງການໃໝ່ຂອງຍຸກອຸດສາຫະກໍາ 4.0.